ເຂດທະຫານພາກຕາເວັນອອກຂອງຈີນຕອບໂຕ້ກ່ຽວກັບກໍລະນີທີ່ກຳປັ່ນຮົບອາເມຣິກາແລະກຳປັ່ນຮົບການາດາເດີນເຮືອຜ່ານຊ່ອງແຄບໄຕ້ຫວັນວ່າ: ຈີນໄດ້ຕິດຕາມສອດແນມຢູ່ຕະຫຼອດເວລາ ແລະໄດ້ນຳໃຊ້ມາດຕະການຄວບຄຸມໂດຍອີງໃສ່ກົດໝາຍ
ພົນເຮືອຈັດຕະວາຫຼີຊີ່ ໂຄສົກເຂດທະຫານພາກຕາເວັນອອກຂອງຈີນກ່າວວ່າ: ວັນທີ 20 ຕຸລານີ້, ກຳປັ່ນຂັບໄລ່ “ຮິກກິນສ”ຂອງອາເມຣິກາ、ກຳປັ່ນປ້ອງກັນ “ແວນຄູເວີ” ຂອງການາດາໄດ້ເດີນເຮືອຜ່ານຊ່ອງແຄບໄຕ້ຫວັນແລະໄດ້ໂຄສະນາເລື່ອງນີ້ເກີນຄວາມເປັນຈິງຢ່າງເປີດແປນ.
ເຂດທະຫານພາກຕາເວັນອອກກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຕັ້ງກຳລັງທະຫານເຮືອແລະທະຫານອາກາດເພື່ອຕິດຕາມສອດແນມຢູ່ຕະຫຼອດເວລາພ້ອມທັງໄດ້ນຳໃຊ້ມາດຕະການຄວບຄຸມໂດຍອີງຕາມກົດໝາຍຕໍ່ການເຄື່ອນໄຫວການເດີນເຮືອຂອງກຳປັ່ນຮົບອາເມຣິກາແລະການາດາຄັ້ງນີ້. ການກະທຳຂອງອາເມຣິກາແລະການາດາໄດ້ສ້າງຄວາມວຸ້ນວາຍ, ທຳລາຍສັນຕິພາບແລະສະຖຽນລະພາບຢູ່ຊ່ອງແຄບໄຕ້ຫວັນ. ກອງທັບຂອງເຂດທະຫານພາກຕາເວັນອອກໄດ້ຮັກສາສະຕິລະວັງຕົວໃນລະດັບສູງຢູ່ທຸກເວລາ, ເດັດດ່ຽວປົກປັກຮັກສາອະທິປະໄຕຂອງຊາດແລະສັນຕິພາບສະຖຽນລະພາບຂອງພາກພື້ນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”
ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ
ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ
ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved