ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານ ປຣາໂບໂວ ຊູບຽນໂຕທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອິນໂດເນເຊຍ
ວັນທີ 20 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຂີຍເຖິງທ່ານ ປຣາໂບໂວ ຊູບຽນໂຕ, ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອິນໂດເນເຊຍ.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຊີ້ອອກວ່າ: ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ອິນໂດເນເຊຍໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງແລະໝັ້ນທ່ຽງ, ໄດ້ກ້າວເຂົ້າສູ່ຍຸກໃໝ່ຂອງການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ. ປີ 2025 ໜ້ານີ້ແມ່ນປີສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ອິນໂດເນເຊຍຄົບຮອບ 75 ປີ, ເຊິ່ງຈະສະໜອງໂອກາດໃໝ່ໃຫ້ແກ່ການຊຸກຍູ້ການຮ່ວມມືສອງຝ່າຍ. ຂ້າພະເຈົ້າຍິນດີຮັກສາການແລກປ່ຽນດ້ານຍຸດທະສາດຢ່າງແໜ້ນແຟ້ນກັບທ່ານປະທານາທິບໍດີ ປຣາໂບໂວ ຊູບຽນໂຕ, ຊີ້ນຳນຳພາໃຫ້ການສ້າງສາປະຊາຄົມຮ່ວມຊາຕາກຳຈີນ-ອິນໂດເນເຊຍກ້າວເຂົ້າຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ສ້າງໂສມໜ້າໃໝ່ທີ່ບຸກບືນກ້າວໜ້າໄປພ້ອມກັນ, ສາມັກຄີປະສານງານກັນແລະຕ່າງຝ່າຍຕ່າງໄດ້ຜົນປະໂຫຍດລະຫວ່າງປະເທດໃຫຍ່ທີ່ກຳລັງພັດທະນາ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”
ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ
ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ
ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved