ທ່ານສີຈິ້ນຜິງລົງເຄື່ອນໄຫວຢ້ຽມຢາມກອງພົນນ້ອຍແຫ່ງໜຶ່ງຂອງກອງທັບຈະຫຼວດຈີນ
ວັນທີ 17 ຕຸລານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຄື່ອນໄຫວລົງຢ້ຽມຢາມກອງພົນນ້ອຍແຫ່ງໜຶ່ງຂອງກອງທັບຈະຫຼວດຈີນ, ໂດຍເນັ້ນໜັກວ່າ: ຕ້ອງລົງເລິກຈັດຕັ້ງປະຕິບັດແນວຄິດສ້າງກອງທັບໃຫ້ເຂັ້ມແຂງໃນຍຸກໃໝ່, ຈັດຕັ້ງປະຕິບັດຍຸດທະສາດ ແລະ ທິດທາງນະໂຍບາຍດ້ານການທະຫານໃນຍຸກໃໝ່, ກຳແໜ້ນກົດເກນດ້ານການສ້າງ ແລະ ສູ້ຮົບຂອງກອງທັບຈະຫຼວດຍຸດທະສາດ, ຍຶດໝັ້ນການນຳພາດ້ານການເມືອງ, ເພີ່ມທະວີການແບກຫາບໜ້າທີ່ຮັບຜິດຊອບທີ່ມີຕໍ່ພາລະກຳ, ຕັ້ງໜ້າບຸກບືນສູ້ຊົນເຮັດແທ້ທຳຈິງ, ຊຸກຍູ້ການພັດທະນາດ້ານການສ້າງກອງທັບທີ່ມີຄຸນນະພາບສູງ, ຍົກສູງຄວາມສາມາດດ້ານການນາບຂູ່ທາງຍຸດທະສາດ ແລະ ສູ້ຮົບ, ເດັດດ່ຽວສຳເລັດໜ້າທີ່ຕ່າງໆທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”