ພາສາລາວ

ການປ່ຽນແປງຢ່າງຕັ້ງໜ້າຂອງເສດຖະກິດຈີນໄດ້ຍົກສູງຄວາມໝັ້ນໃຈຂອງວິສາຫະກິດຕ່າງປະເທດໃນການເຊື່ອມໂຍງເຂົ້າກັບຈີນ

cri2024-10-20 16:01:21
Share
Share this with Close
Messenger Pinterest LinkedIn

ວັນທີ 18 ຕຸລານີ້, ທາງການຂອງຈີນໄດ້ເປີດເຜີຍຂໍ້ມູນເສດຖະກິດແຫງຊາດໃນ 3 ໄຕມາດປີນີ້ ໂດຍສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນຂອງ 3 ໄຕມາດປີນີ້ໄດ້ບັນລຸເຖິງ 94.974,6 ຕື້ຢວນ, ເພີ່ມຂຶ້ນ 4,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈັງຫວະການເຕີບໂຕດັ່ງກ່າວໄດ້ມາບໍ່ແມ່ນງ່າຍ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ສະພາບແວດລ້ອມມະຫາພາກມີຄວາມສັບສົນ ແລະ ມີການປ່ຽນແປງຢ່າງຫຼວງຫຼາຍ, ຄວາມກົດດັນຈາກພາຍນອກສືບຕໍ່ເພີ່ມຂຶ້ນ, ແຕ່ດັດຊະນີດ້ານເສດຖະກິດອັນສຳຄັນຂອງຈີນໄດ້ມີການປ່ຽນແປງຢ່າງຕັ້ງໜ້າ, ໄດ້ຮັກສາທ່ວງທ່າການເຄື່ອນໄຫວຢ່າງໝັ້ນທ່ຽງ ເຊິ່ງສ່ອງແສງໃຫ້ເຫັນເຖິງຄວາມໝັ້ນໜຽວ ແລະ ກຳລັງບົ່ມຊ້ອນອັນໃຫຍ່ຫຼວງຂອງເສດຖະກິດຈີນ.

ການປ່ຽນແປງດັ່ງກ່າວກໍໄດ້ສ່ອງແສງໃຫ້ເຫັນໃນດ້ານການລົງເລິກການດຳເນີນທຸລະກິດຢູ່ຈີນຂອງວິສາຫະກິດຕ່າງປະເທດເຊັ່ນກັນ. ກ່ອນໜ້ານີ້ບໍ່ດົນ, ຫ້ອງທົດລອງຄົ້ນຄວ້າການປະຍຸກຂອງບໍລິສັດ Apple ອາເມຣິກາປະຈໍານະຄອນເສີ່ນເຈີ້ນຂອງຈີນໄດ້ສ້າງສຳເລັດ; ໃນເດືອນກັນຍາທີ່ຜ່ານມາ, ບໍລິສັດ Audi ຂອງເຢຍລະມັນປະກາດຈະວາງແຜນຈັດວາງຜະລິດຕະພັນຢູ່ຈີນທີ່ມີຂະໜາດໃຫຍ່ທີ່ສຸດໃນປະຫວັດສາດຂອງຕົນ; ບໍລິສັດການແພດ GE ຂອງອາເມຣິກາປະກາດວ່າ: ຈະຈັດສັນງົບປະມານການຄົ້ນຄວ້າການພັດທະນາຢູ່ຈີນໃຫ້ເພີ່ມຂຶ້ນໜຶ່ງເທົ່າໃນ 3 ປີຕໍ່ໜ້າ…..ວິສາຫະກິດຕ່າງປະເທດເຫຼົ່ານີ້ເຫັນວ່າ: ປະເທດຈີນເປັນຕະຫຼາດໃຫຍ່, ເຂົາເຈົ້າບໍ່ພຽງແຕ່ຈະຕ້ອງໄດ້ເຂົ້າເຖິງເທົ່ານັ້ນ, ຍິ່ງຈະຕ້ອງເຊື່ອມໂຍງເຂົ້າກັບຕະຫຼາດຂອງຈີນ ເຊິ່ງກໍຄື ເຮັດໃຫ້ຕະຫຼາດຈີນກາຍເປັນຕະຫຼາດໃຫຍ່ທີ່ທົ່ວໂລກໄດ້ຊົມໃຊ້ຮ່ວມກັນ ໂດຍ່ຜ່ານການຮ່ວມມືຢ່າງເລິກເຊິ່ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn