ຈັດກອງປະຊຸມປະຈຳປີຂອງເວທີເປິກສາຫາລືຈີ່ນຢົງເຈ່ຍ 2024 ເພື່ອຫາລືກ່ຽວກັບການຮ່ວມມືດ້ານການເງິນແບບເປີດກວ້າງແລະການພັດທະນາຢ່າງໝັ້ນທ່ຽງ
ກອງປະຊຸມປະຈຳປີຂອງເວທີເປິກສາຫາລືຈີ່ນຢົງເຈ່ຍ(ຖະໜົນການເງິນ) 2024 ພາຍໃຕ້ຫົວຂໍ້ “ຄວາມໄວ້ເນື້ອເຊື່ອໃຈແລະຄວາມໝັ້ນໃຈ---ຮ່ວມກັນເປິກສາຫາລືກ່ຽວກັບການຮ່ວມມືດ້ານການເງິນແບບເປີດກວ້າງ ຮ່ວມກັນຊົມໃຊ້ການພັດທະນາເສດຖະກິດດ້ວຍຄວາມໝັ້ນທ່ຽງ” ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 18 ຕຸລານີ້. ບັນດາແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມໄດ້ລົງເລິກແລກປ່ຽນແລະເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍປິ່ນອ້ອມຫົວຂໍ້ຕົ້ນຕໍຂອງກອງປະຊຸມ.
ທ່ານ ຢິນລີ້ ເລຂາຄະນະພັກຂອງນະຄອນຫຼວງປັກກິ່ງກ່າວວ່າ: ປັກກິ່ງແມ່ນຈຸດໝາຍປາຍທາງທີ່ສຳຄັນຂອງການລົງທຶນດ້ານການເງິນສາກົນ. ອວ່າຍໜ້າໄປສູ່ອະນາຄົດ ປັກກິ່ງຈະເລັ່ງລັດການສ້າງລະບົບການເງິນແບບທັນສະໄໝທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ,ຍົກລະດັບການຮັບໃຊ້ບົດບາດການຄຸ້ມຄອງດ້ານການເງິນແຫ່ງຊາດໃຫ້ສູງຂຶ້ນຢ່າງຮອບດ້ານ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”