ຮອງປະທານປະເທດຈີນຈະເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງປະທານາທິບໍດີຂອງອິນໂດເນເຊຍແລະຢ້ຽມຢາມອິນໂດເນເຊຍແລະບຣູໄນ
ວັນທີ 18 ຕຸລານີ້, ທ່ານນາງເໝົານິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານອິນໂດເນເຊຍ, ທ່ານຮານເຈີ້ງ ຜູ້ຕາງໜ້າພິເສດຂອງທ່ານປະທານປະເທດສີຈິ້ນຜິງ, ຮອງປະທານປະເທດຈີນຈະເດີນທາງໄປເຂົ້າຮ່ວມພິທີຂຶ້ນຮັບຕຳແໜ່ງປະທານາທິບໍດີອິນໂດເນເຊຍຂອງທ່ານ ປຣາໂບໂວ ຊູບີອານໂດທີ່ຈະຈັດຂຶ້ນຢູ່ນະຄອນຫຼວງຈາກາຕາຂອງອິນໂດເນເຊຍໃນວັນທີ 20 ຕຸລານີ້, ແລະຈະຢ້ຽມຢາມອິນໂດເນເຊຍແຕ່ວັນທີ 19 ຫາວັນທີ 21 ຕຸລານີ້.
ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານບຣູໄນ, ທ່ານຮາງເຈີ້ງ ຮອງປະທານປະເທດຈີນຈະເດີນທາງໄປຢ້ຽມຢາມບຣູໄນແຕ່ວັນທີ 21 ຫາວັນທີ 23 ຕຸລານີ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”