ພາສາລາວ

ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີການຕ່າງປະເທດອັງກິດ

CRI2024-10-19 11:49:30
Share
Share this with Close
Messenger Pinterest LinkedIn

ວັນທີ 18 ຕຸລານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານດາວິດ ລາມີ ລັດຖະມົນຕີກະຊວງການຕ່າງປະເທດອັງກິດຢູ່ທີ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານຫວາງຢີ້ກ່າວວ່າ: ຈີນເຫັນດີໃຫ້ຟື້ນຟູກົນໄກສົນທະນາແລະຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດຢ່າງຮອບດ້ານ, ຕັ້ງໜ້າດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດການຄ້າ ການເງິນ ການພັດທະນາແບບສີຂຽວ ແລະຂົງເຂດອື່ນໆ.

ທ່ານດາວິດ ລາມີກ່າວວ່າ: ລັດຖະບານອັງກິດສຸມໃສ່ການເພີ່ມທະວີການສົນທະນາແລະການຮ່ວມມືກັບຈີນ ພ້ອມທັງຄວບຄຸມຄວາມຂັດແຍ້ງຢ່າງມີປະສິດທິຜົນດ້ວຍຮູບແບບທີ່ລຽນຕິດ ເຄົາລົບເຊິ່ງກັນແລະກັນ ແລະສອດຄ່ອງກັບຜົນປະໂຫຍດໄລຍະຍາວຂອງສອງຝ່າຍ.

ສອງຝ່າຍຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາຈຸດສຸມທັງສາກົນແລະພາກພື້ນ ເຊັ່ນ: ວິກິດການອູແກຣນ ການປະທະກັນລະຫວ່າງປາແລັດສະຕິນແລະອິດສະລະແອນ ສະຖານະການມຽນມາ ແລະບັນຫາອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn