ພາສາລາວ

ຈີນເລັ່ງທວງໃຫ້ຍີ່ປຸ່ນຈົ່ງລະມັດລະວັງດ້ານການກະທຳ ແລະ ຄຳເວົ້າໃນບັນຫາປະຫວັດສາດ

cri2024-10-18 17:30:50
Share
Share this with Close
Messenger Pinterest LinkedIn

ວັນທີ 17 ຕຸລານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ທ່ານອິຊິບະ ຊິເກຣຸ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ຖວາຍເຄື່ອງບູຊາໃຫ້ແກ່ຫໍໄຫວ້ຢາຊູຄູນີໃນວັນທີ 17 ຕຸລານີ້. ຈີນມີຄຳເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງ ເມົານີງ ຕອບວ່າ: ຫໍໄຫວ້ຢາຊູຄູນີເປັນເຄື່ອງມືທາງດ້ານຈິດວິນຍານ ແລະ ເປັນສັນຍະລັກແຫ່ງການກໍ່ສົງຄາມຮຸກຮານພາຍນອກຂອງລັດທິຂຸນເສິກຍີ່ປຸ່ນ, ໄດ້ຕັ້ງປ້າຍຊື່ຂອງອາດຊະຍາກອນສົງຄາມອັນດັບໜຶ່ງຈຳນວນ 14 ຄົນທີີ່ມີໂທດກຳໜັກໜ່ວງດ້ານສົງຄາມຮຸກຮານ. ພວກເຮົາເລັ່ງທວງໃຫ້ຍີ່ປຸ່ນຈົ່ງມີຄວາມຮັບຮູ້ທີ່ຖືກຕ້ອງ ແລະ ສຳຫຼວດຄືນປະຫວັດສາດດ້ວຍການກະທຳຕົວຈິງ, ລະມັດລະວັງດ້ານການກະທຳ ແລະ ຄຳເວົ້າໃນບັນຫາປະຫວັດສາດ ຄື: ຫໍໄຫວ້ຢາຊູຄູນີເປັນຕົ້ນ, ຕັດຂາດສາຍພົວພັນກັບລັດທິຂຸນເສິກຢ່າງເຖິງຖອງ, ຍຶດໝັ້ນເດີນຕາມເສັ້ນທາງການພັດທະນາໂດຍສັນຕິ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ກັບປະເທດອ້ອມຂ້າງໃນອາຊີ ແລະ ປະຊາຄົມໂລກດ້ວຍການກະທຳຕົວຈິງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn