ພາສາລາວ

ຈີນແນະນຳຄວາມຄ່ອງຄອຍຕໍ່ກອງປະຊຸມສຸດຍອດປະເທດບຣິກສຄັ້ງທີ 16 ທີ່ຈະຈັດຂຶ້ນໃນໄວໆນີ້

cri2024-10-18 17:25:35
Share
Share this with Close
Messenger Pinterest LinkedIn

ວັນທີ 18 ຕຸລານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ຈີນໄດ້ແຈ້ງຂ່າວທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປເຂົ້າຮ່ວມ ກອງປະຊຸມສຸດຍອດປະເທດບຣິກສຄັ້ງທີ 16, ຈີນມີຄວາມຄ່ອງຄອຍຄືແນວໃດຕໍ່ກັບກອງປະຊຸມຄັ້ງນີ້?

ທ່ານນາງ ເມົານີງ ຕອບວ່າ: ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມຄັ້ງທຳອິດຫຼັງຈາກບຣິກສຮັບປະເທດສະມາຊິກໃໝ່, ປະຊາຄົມໂລກໄດ້ໃຫ້ຄວາມສົນໃຈຢ່າງກວ້າງຂວາງ. ນັບແຕ່ບຣິກສສ້າງຕັ້ງຂຶ້ນເປັນຕົ້ນມາ, ປະເທດບຣິກສໄດ້ຍຶດໝັ້ນຈິດໃຈເປີດປະຕູ, ກວມລວມ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຍຶດໝັ້ນອຸດົມການໃນຫົວທີທີ່ສາມັກຄີ ແລະ ພັດທະນາຕົນເອງໃຫ້ເຂັ້ມແຂງ, ສຸມກຳລັງເຂົ້າໃນການປົກປັກຮັກສາລັດທິຫຼາຍຝ່າຍ, ກາຍເປັນກຳລັງທີ່ຕັ້ງໜ້າ, ໝັ້ນທ່ຽງ, ມີສິນທຳໃນວຽກງານສາກົນ.

ໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງຈະລົງເລິກແລກປ່ຽນຄວາມເຫັນກັບຜູ້ນຳບັນດາປະເທດກ່ຽວກັບສະພາບການສາກົນ, ການຮ່ວມມືທີ່ຕິດແທດຕົວຈິງຂອງບຣິກສ, ການພັດທະນາຂອງກົນໄກບຣິກສ ແລະບັນຫາສຳຄັນທີ່ມີຄວາມສົນໃຈຮ່ວມກັນ. ຈີນຍິນດີຮ່ວມກັບບັນດາຝ່າຍຊຸກຍູ້ໃຫ້ການຮ່ວມມືພາຍໃຕ້ຂອບບຣິກສໃຫຍ່ດຳເນີນໄປຢ່າງຍາວໄກ ແລະ ໝັ້ນທ່ຽງ, ເປີດປະຫວັດສາດໜ້າໃໝ່ແຫ່ງການສ້າງຕົນເອງໃຫ້ເຂັ້ມແຂງຂອງປະເທດເຂດໂລກໃຕ້, ຮ່ວມກັນຊຸກຍູ້ສັນຕິພາບ ແລະການພັດທະນາຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn