ພາສາລາວ

ຈັດກອງປະຊຸມເວທີເປິກສາຫາລືຄັງປັນຍາປະເທດເຂດໂລກໃຕ້ພາຍໃຕ້ຫົວຂໍ້ "ສັນຕິພາບ ການພັດທະນາ ຄວາມໝັ້ນຄົງ: ຮ່ວມກັນສ້າງໂລກຈະເລີນຮຸ່ງ ເຮືອງທີ່ມີອະນາຄົດຮ່ວມກັນ" ຢູ່ນະຄອນຫຼວງປັກກິ່ງຂອງຈີນ

cri2024-10-17 17:13:30
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດກອງປະຊຸມສຸດຍອດປະເທດບຣິກສ 2024 ໃກ້ຈະຈັດຂຶ້ນ, ວັນທີ 16 ຕຸລານີ້, ຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນ ແລະ ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນເປັນເຈົ້າພາບຈັດກອງປະຊຸມເວທີເປິກສາຫາລືຄັງປັນຍາປະເທດເຂດໂລກໃຕ້ພາຍໃຕ້ຫົວຂໍ້"ສັນຕິພາບ ການພັດທະນາ ຄວາມໝັ້ນຄົງ: ຮ່ວມກັນສ້າງໂລກຈະເລີນຮຸ່ງເຮືອງທີ່ມີອະນາຄົດຮ່ວມກັນ" ຢູ່ນະຄອນຫຼວງປັກກິ່ງຂອງຈີນ. ມີບຸກຄົນສຳຄັນທາງການເມືອງ, ຜູ້ຕາງໜ້າລັດຖະບານ, ນັກວິຊາການຄັງປັນຍາ ແລະ ຜູ້ຕາງໜ້າສື່ມວນຊົນຈາກ 76 ປະເທດຢູ່ໃນໂລກໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ຜ່ານທາງອອນລາຍ ແລະ ອອຟລາຍ.

ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນໄດ້ກ່າວຄຳປາໄສຜ່ານທາງວິດີໂອວ່າ: ປັດຈຸບັນ, “ເຂດໂລກໃຕ້” ພວມພັດທະນາເຕີບໂຕຂຶ້ນ ແລະພວມກາຍເປັນກຳລັງການປ່ຽນແປງທີ່ສຳຄັນຂອງລະບຽບໃໝ່ດ້ານການບໍລິຫານໂລກ. ພວກຂ້າພະເຈົ້າຍິນດີຮ່ວມມືກັບຄັງປັນຍາ “ເຂດໂລກໃຕ້” ເພື່ອປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ຊຸກຍູ້ໃຫ້ໂລກກ້າວໄປສູ່ອະນາຄົດດີງາມທີ່ມີສັນຕິພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າ.

ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາແລະທ່ອງທ່ຽວ ສປປລາວ ໄດ້ກ່າວຄຳເຫັນຜ່ານທາງວິດີໂອວ່າ: ບັນດາປະເທດເຂດໂລກໃຕ້ມີປະຫວັດສາດວັດທະນະທຳທີ່ແຕກຕ່າກັນ, ລະດັບແລະໄລຍະການພັດທະນາກໍບໍ່ຄືກັນ, ແຕ່ຄວາມປາດຖະໜາທີ່ສະແຫວງຫາເສັ້ນທາງການພັດທະນາເປັນເຈົ້າຕົນເອງ ແລະສະແຫວງຫາລະບຽບສາກົນທີ່ຍຸຕິທຳ ແລະເປັນທຳນັ້ນແມ່ນອັນໜຶ່ງອັນດຽວກັນ. ດັ່ງທີ່ສຸພາສິດລາວໄດ້ກ່າວໄວ້ວ່າ: ຄວາມສາມັກຄີເປັນບໍ່ເກີດແຫ່ງຄວາມສຳເລັດ. ສປປ ລາວປະຕິບັດຍຸດທະສາດພັດທະນາປະເທດຈາກສະຖານະພາບທີ່ເປັນປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດເຊື່ອມໂຍງເຊື່ອມຈອດທາງບົກຂອງພາກພື້ນໂດຍໄດ້ເຊື່ອມໂຍງເຊື່ອມຈອດກັບການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແຕ່ຫົວທີ, ໄດ້ເຮັດໃຫ້ຄວາມຝັນຢາກມີເສັ້ນທາງລົດໄຟຂອງຄົນລາວຫຼາຍເຊັ່ນຄົນໃນຮອບຮ້ອຍປີປາກົດຜົນເປັນຈິງ ເຊິ່ງໄດ້ເລັ່ງລັດຂະບວນການແຫ່ງການພັດທະນາເພື່ອກ້າວເຂົ້າສູ່ຄວາມທັນສະໄໝ. ສ່ວນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນໄດ້ກາຍເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດເທື່ອລະກ້າວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn