ພາສາລາວ

ຈີນຍິນດີຮ່ວມກັບບັນດາຝ່າຍສືບຕໍ່ເພີ່ມທະວີການຮ່ວມມືສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຮ່ວມກັນສ້າງໂລກທີ່ບໍ່ມີຄວາມອຶດຫິວ

cri2024-10-17 17:15:02
Share
Share this with Close
Messenger Pinterest LinkedIn

ວັນທີ 16 ຕຸລານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ວັນທີ 16 ຕຸລາແມ່ນວັນສະບຽງອາຫານໂລກ, ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານນາງ ເມົານີງກ່າວວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນໜຶ່ງໃນ 8 ຂົງເຂດຮ່ວມມືທີ່ສຳຄັນຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ. ຈີນຍິນດີຮ່ວມກັບບັນດາຝ່າຍສືບຕໍ່ເພີ່ມທະວີການຮ່ວມມືສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ຮ່ວມກັນສ້າງໂລກທີ່ບໍ່ມີຄວາມອຶດຫິວ.

ທ່ານນາງ ເມົານີງຊີ້ໃຫ້ເຫັນວ່າ: ຈີນແມ່ນປະເທດໃຫຍ່ອັນດັບໜຶ່ງຢູ່ໃນໂລກ ດ້ານການຜະລິດສະບຽງອາຫານ, ດິນປູກຝັງຂອງຈີນບໍ່ມີຮອດ 9% ຂອງທົ່ວໂລກ, ແຕ່ຍອດປະລິມານຜົນຜະລິດກວມປະມານ 25% ຂອງໂລກ ເຊິ່ງໄດ້ແກ້ໄຂບັນຫາເຂົ້າກິນຂອງປະຊາກອນຈີນຈຳນວນ 1 ຕື້ 400 ລ້ານກວ່າຄົນ. ພ້ອມດຽວກັນນັ້ນ, ຈີນຍັງໄດ້ເອົາໃຈໃສ່ເປັນຢ່າງສູງຕໍ່ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ, ໄດ້ກາຍເປັນປະເທດພວມພັດທະນາທີ່ໃຫ້ທຶນຊ່ວຍເຫຼືອຫຼາຍທີ່ສຸດ, ສົ່ງຜູ້ຊ່ຽວຊານໄປຕ່າງປະເທດຫຼາຍທີ່ສຸດ ແລະ ດຳເນີນໂຄງການຫຼາຍທີ່ສຸດພາຍໃຕ້ຂອບການຮ່ວມມືໃຕ້-ໃຕ້ຂອງອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ຫຼື FAO.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn