ພາສາລາວ

ທ່ານນາງເພີງລີ້ຢວນສົ່ງສານອວຍພອນພິທີມອບລາງວັນການສຶກສາຂອງເດັກຍິງ ແລະ ແມ່ຍິງຂອງອົງການຢູເນັສໂກປີ 2024

CRI2024-10-17 14:39:32
Share
Share this with Close
Messenger Pinterest LinkedIn

ວັນທີ 16 ຕຸລານີ້,ພິທີມອບລາງວັນການສຶກສາຂອງເດັກຍິງ ແລະ ແມ່ຍິງຂອງອົງການເພື່ອການສຶກສາ,ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປາຣີຂອງຝຣັ່ງ. ທ່ານນາງເພີງລີ້ຢວນ ພັນລະຍາຂອງທ່ານສີຈ້ິນຜິງ ປະທານປະເທດຈີນໃນນາມທູດພິເສດດ້ານການຊຸກຍູ້ການສຶກສາຂອງເດັກຍິງ ແລະ ແມ່ຍິງອົງການ UNESCO ໄດ້ສົ່ງສານອວຍພອນພິທີມອບລາງວັນດັ່ງກ່າວ.

ເນື້ອໃນສານອວຍພອນຂອງທ່ານນາງເພີງລີ້ຢວນລະບຸວ່າ:ການສຶກສາຂອງເດັກຍິງ ແລະ ແມ່ຍິງແມ່ນກ່ຽວຂ້ອງເຖິງການເຕີບໂຕ ແລະ ການພັດທະນາຂອງເພດຍິງ, ກ່ຽວຂ້ອງເຖິງຄວາມສຸກຂອງທຸກໆຄອບຄົວ ແລະ ອະນາຄົດຂອງທົ່ວໂລກ. ຫວັງວ່າຝ່າຍຕ່າງໆຈະອອກແຮງຊຸກຍູ້ການສຶກສາຂອງເດັກຍິງ ແລະ ແມ່ຍິງ, ຊ່ວຍເຫຼືອເພດຍິງຫຼາຍກວ່າເກົ່າຍົກສູງລະດັບດ້ານສຸຂະພາບ, ຍົກສູງຄວາມສາມາດດ້ານການປະດິດສ້າງ ແລະການສ້າງທຸລະກິດ, ປະກອບສ່ວນເພື່ອຊຸກຍູ້ການສຶກສາ ແລະ ການພັດທະນາຂອງເພດຍິງໃນຍຸກໃໝ່.

ເນື້ອໃນສານອວຍພອນຂອງທ່ານນາງເພີງລີ້ຢວນຍັງລະບຸວ່າ:ໃນຖານະທີ່ເປັນທູດພິເສດດ້ານການຊຸກຍູ້ການສຶກສາຂອງເດັກຍິງ ແລະ ແມ່ຍິງຂອງອົງການ UNESCO, ຂ້າພະເຈົ້າຍິນດີຮ່ວມກັບທ່ານທັງຫຼາຍເຕົ້າໂຮມກຳລັງແຮງຂອງຝ່າຍຕ່າງໆ, ສືບຕໍ່ທຳຄວາມພະຍາຍາມເພື່ອໃຫ້ບັນລຸຄວາມສະເໝີພາບທາງເພດ ແລະ ຊຸກຍູ້ໃຫ້ພາລະກິດຂອງແມ່ຍິງໃນທົ່ວໂລກໄດ້ຮັບການພັດທະນາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn