ພາສາລາວ

ຈີນລິເລິ່ມໃຫ້ປະເທດທີ່ມີອາວຸດນິວເຄລຍເຈລະຈາກັນເພື່ອລົງນາມໃນ“ສັນຍາວ່າດ້ວຍການບໍ່ນຳໃຊ້ອາວຸດນິວເຄລຍຕໍ່ກັນກ່ອນ”

CRI2024-10-17 14:59:50
Share
Share this with Close
Messenger Pinterest LinkedIn

ວັນທີ 16 ຕຸລານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ວັນທີ 16 ຕຸລາປີ 1964, ຈີນໄດ້ທົດລອງລະເບີດປະລະມານູລູກທຳອິດຢ່າງສຳເລັດຜົນ ແລະ ປະກາດຈະປະຕິບັດນະໂຍບາຍບໍ່ນຳໃຊ້ອາວຸດນິວເຄລຍກ່ອນໃນມື້ດຽວກັນ. ຫວ່າງບໍ່ດົນມານີ້, ຈີນໄດ້ລິເລິ່ມໃຫ້ປະເທດທີ່ມີອາວຸດນິວເຄລຍເຈລະຈາກັນເພື່ອລົງນາມໃນ “ສັນຍາວ່າດ້ວຍການບໍ່ນຳໃຊ້ອາວຸດນິວເຄລຍຕໍ່ກັນກ່ອນ”. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານນາງເມົານີງຕອບວ່າ, ໄລຍະ 60 ປຜ່ານີມານີ້, ນະໂຍບາຍບໍ່ນຳໃຊ້ອາວຸດນິວເຄຣຍກ່ອນນັບມື້ນັບກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນ ແລະ ທິດທາງບຸລິມະສິດໃນຂົງເຂດການຄວບຄຸມກຳລັງອາວຸດສາກົນ.

ປະຫວັດສາດ ແລະ ສະພາບຕົວຈິງໄດ້ຢືນຢັນໃຫ້ຮູ້ວ່າ ນະໂຍບາຍບໍ່ນຳໃຊ້ອາວຸດນິວເຄລຍກ່ອນແມ່ນມີຜົນດີຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງຍຸດທະສາດ, ຊຸກຍູ້ໃຫ້ຂະບວນການຫຼຸດຈຳນວນອາວຸດນິວເຄຣຍ, ຫຼຸດຄວາມສ່ຽງທາງຍຸດທະສາດຢ່າງບັງເກີດຜົນ ຊຸກຍູ້ຄວາມດຸນດ່ຽງ ແລະ ສະຖຽນລະພາບຍຸດທະສາດຂອງທົ່ວໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn