10 ປີຜ່ານມາ ຈີນແມ່ນໜຶ່ງໃນກຸ່ມເສດຖະກິດທີ່ກຳລັງປະດິດສ້າງເພີ່ມຂຶ້ນໄວກວ່າໝູ່
ວັນທີ 15 ຕຸລານີ້, ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ,ໃນຫວ່າງມໍ່ໆມານີ້, ອົງການຊັບສິນທາງປັນຍາໂລກໄດ້ປະກາດ “ບົດລາຍງານດັດຊະນີການປະດິດສ້າງໃໝ່ທົ່ວໂລກປີ2024”, ອັນດັບໃນລາຍຊື່ວ່າດ້ວຍກຳລັງປະດິດສ້າງໃໝ່ໃນທົ່ວໂລກຂອງຈີນໄດ້ເພີ່ມຈາກອັນດັບທີ 12 ຂຶ້ນເປັນອັນດັບທີ 11 ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແມ່ນກຸ່ມເສດຖະກິດທີ່ມີລາຍໄດ້ລະດັບປານກາງພຽງກຸ່ມດຽວໃນ ຈຳນວນ 30 ກຸ່ມທີ່ຢູ່ແຖວໜ້າລາຍຊື່ຂອງອົງການຊັບສິນທາງປັນຍາໂລກ. ຂໍຖາມທ່ານໂຄສົກວ່າມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?
ທ່ານນາງເມົານີງຕອບວ່າ: ນັບແຕ່ປະກາດ“ບົດລາຍງານດັດຊະນີການປະດິດສ້າງໃໝ່ທົ່ວໂລກ” ເທື່ອທຳອິດເມື່ອປີ 2007 ເປັນຕົ້ນມາ, ທຸກລາຍການປະດິດສ້າງຂອງຈີນໃນລາຍຊື່ດັ່ງກ່າວໄດ້ເພີ່ມລະດັບຂຶ້ນຢ່າງບໍ່ຢຸດຢັ້ງ. ອີງຕາມບົດລາຍງານປີນີ້ສະແດງໃຫ້ເຫັນວ່າ: ຈີນແມ່ນໜຶ່ງໃນກຸ່ມເສດຖະກິດທີ່ກຳລັງປະດິດສ້າງເພີ່ມຂຶ້ນໄວກວ່າໝູ່ໃນໄລຍະ 10 ປີຜ່ານມາ. ພວກເຮົາໄດ້ສ້າງສາຍພົວພັນຄູ່ຮ່ວມມືທາງວິທະຍາສາດເຕັກໂນໂລຊີກັບ 160 ກວ່າປະເທດແລະເຂດແຄວ້ນ, ພ້ອມທັງໄດ້ເຊັນສັນຍາຮ່ວມມືທາງວິທະຍາສາດເຕັກໂນໂລຊີລະຫວ່າງລັດຖະບານ 118 ສະບັບ. ສະພາບແວດລ້ອມດ້ານການປະດິດສ້າງທີ່ດີງາມແລະຊັບພະຍາກອນມະນຸດທີ່ອຸດົມສົມບູນຂອງຈີນໄດ້ດຶງດູດບໍລິສັດຂ້າມຊາດນັບມື້ນັບຫຼາຍໃຫ້ມາສ້າງຕັ້ງສູນຄົ້ນຄວ້າພັດທະນາຢູ່ຈີນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”
ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ
ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ
ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved