ພາສາລາວ

ທ່ານສີຈິ້ນຜິງ ແລະ ປະທານາທິບໍດີມົງໂກລີສົ່ງສານຊົມເຊີຍເຊິ່ງກັນແລະກັນ ໃນໂອກາດຈີນ ກັບ ມົງໂກລີສ້າງສາຍພົວພັນທາງການທູດຄົບຮອບ 75 ປີ

CRI2024-10-16 15:05:49
Share
Share this with Close
Messenger Pinterest LinkedIn

ວັນທີ 16 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານອຸຄານກິອິນ ຄູເຣິນຊູ ປະທານາທິບໍດີມົງໂກລີໄດ້ສົ່ງສານຊົມເຊີຍເຊິ່ງກັນແລະກັນ ໃນໂອກາດສະເຫຼີມສະຫຼອງຈີນ ກັບ ມົງໂກລີສ້າງສາຍພົວພັນທາງການທູດຄົບຮອບ 75 ປີ.

ເນື້ອໃນສານຊົມເຊີຍຂອງທ່ານສີຈີ້ນຜິງລະບຸວ່າ: ນັບແຕ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 75 ປີມານີ້, ສອງຝ່າຍໄດ້ຍຶດໝັ້ນທິດທາງໃຫຍ່ທີ່ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີໄມຕີຈິດມາໂດຍຕະຫຼອດ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຕ່າງໆຢ່າງຕໍ່ເນື່ອງ ເພື່ອສ້າງຄວາມສຸກຢ່າງແທ້ຈິງໃຫ້ແກ່ປະຊາຊົນສອງຊາດ. ຂ້າພະເຈົ້າຍິນດີທຳຄວາມພະຍາຍາມຮ່ວມກັບທ່ານປະທານາທິບໍດີ, ຖືເອົາການສ້າງປະຊາຄົມຮ່ວມຊາຕາກຳສອງປະເທດເປັນການຊີ້ນຳ,ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ມົງໂກລີຂະຫຍາຍຕົວຢ່າງໝັ້ນຄົງຍາວນານ.

ເນື້ອໃນສານຊົມເຊີຍຂອງທ່ານອຸຄານາກິອິນ ຄູເຣິນຊູລະບຸວ່າ:ນັບແຕ່ມົງໂກລີ ກັບ ຈີນສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 75 ປີມານີ້, ສອງຝ່າຍໄດ້ເພີ່ມທະວີມິດຕະພາບຢ່າງໝັ້ນຄົງ ໂດຍໄດ້ສາງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ. ຂ້າພະເຈົ້າຍິນດີຮ່ວມກັບທ່ານປະທານປະເທດ, ຊຸກຍູ້ໃຫ້ຍຸດທະສາດການພັດທະນາ “ເສັ້ນທາງທົ່ງຫຍ້າ” ກັບຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊື່ອມຕໍ່ກັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງສອງປະເທດ ແລະ ເພີ່ມຄວາມສຸກໃຫ້ແກ່ປະຊາຊົນສອງຊາດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

123全文 3 下一页

Share this story on

Messenger Pinterest LinkedIn