ທ່ານສີຈິ້ນຜິງສົ່ງສານອວຍພອນງານລ້ຽງອາຫານຄ່ຳມອບລາງວັນປີ 2024 ຂອງຄະນະກຳມະການແຫ່ງຊາດວ່າດ້ວຍການພົວພັນອາເມຣິກາ-ຈີນ
ວັນທີ 15 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນງານລ້ຽງອາຫານຄ່ຳມອບລາງວັນປີ 2024 ຂອງຄະນະກຳມະການແຫ່ງຊາດວ່າດ້ວຍການພົວພັນອາເມຣິກາ-ຈີນ.
ເນືື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸວ່າ: ການພົວພັນຈີນ-ອາເມຣິກາແມ່ນໜຶ່ງໃນການພົວພັນສອງຝ່າຍທີ່ສຳຄັນທີ່ສຸດຢູ່ໃນໂລກ ກ່ຽວຂ້ອງເຖິງຄວາມສຸກຂອງປະຊາຊົນສອງປະເທດ ກໍຄືອະນາຄົດແລະຊາຕາກຳຂອງມວນມະນຸດ. ຈີນປະຕິບັດຕໍ່ການພົວພັນຈີນ-ອາເມຣິກາໂດຍອີງຕາມຫຼັກການເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ມາໂດຍຕະຫຼອດ ພ້ອມທັງມີຄວາມເຫັນຕະຫຼອດມາວ່າຜົນສຳເລັດຂອງຈີນ ແລະ ອາເມຣິກາຕ່າງແມ່ນໂອກາດຂອງກັນແລະກັນ, ສອງປະເທດຄວນກາຍເປັນກຳລັງຊຸກຍູ້ການພັດທະນາຂອງກັນແລະກັນ ແຕ່ຫາກບໍ່ແມ່ນກຳລັງກີດຂວາງກັນ.
ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງເນັ້ນໜັກຕື່ມວ່າ: ຫວັງໃຫ້ຄະນະກຳມະການແຫ່ງຊາດວ່າດ້ວຍການພົວພັນອາເມຣິກາ-ຈີນ ແລະ ເພື່ອນມິດຈາກວົງການຕ່າງໆສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການພົວພັນຈີນ-ອາເມຣິກາ, ສືບຕໍ່ຕັ້ງໜ້າເຂົ້າຮ່ວມການສ້າງຄວາມທັນສະໄໝແບບຈີນ ແລະ ໄດ້ຮັບຜົນປະໂຫຍດ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງບໍ່ຢຸດຢັ້ງ,ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ, ເພີ່ມຄວາມໝັ້ນຄົງ ແລະພະລັງແຮງທາງບວກໃຫ້ແກ່ໂລກຫຼາຍກວ່າເກົ່າ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”
ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ
ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ
ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved