ເຜີຍແບຄວາມຈິງຂອງແຜນດຳເນີນງານພາຍໃຕ້ລະຫັດ “ພາຍຸໄຕ້ຝຸ່ນໂວດ” ຂອງອາເມຣິກາ
ວັນທີ 14 ຕຸລານີ້, ອົງການຄວາມໝັ້ນຄົງທາງອິນເຕີເນັດຂອງຈີນໄດ້ເຜີຍແຜ່ບົດລາຍງານທີ່ມີຫົວຂໍ້ສະເພາະຄັ້ງທີ 3, ໂດຍໄດ້ເປີດເຜີຍການເຄື່ອນໄຫວລັກເຈາະຂໍ້ມູນຄວາມລັບ ແລະ ດັກຟັງທາງອິນເຕີເນັດຂອງອາເມຣິກາ ແລະ “ພັນທະມິດ5ຕາ” ທີ່ມີຕໍ່ຈີນ ແລະ ເຢຍລະມັນເປັນຕົ້ນ, ລວມທັງຊາວອິນເຕີເນັດໃນທົ່ວໂລກ, ພ້ອມທັງໄດ້ເຜີຍແບເຈຕະນາທີ່ແທ້ຈິງຂອງອາເມຣິກາໃນການປະຕິບັດແຜນດຳເນີນງານພາຍໃຕ້ລະຫັດ “ພາຍຸໄຕ້ຝຸ່ນໂວດ” ເພື່ອໃສ່ຮ້າຍປ້າຍສີຈີນ.
ເນື້ອໃນບົດລາຍງານລະບຸວ່າ: ການເຄືື່ອນໄຫວ “ພາຍຸໄຕ້ຝຸ່ນໂວດ” ແມ່ນການເຄື່ອນໄຫວແບບຂ່າວປອມໂດຍມີການວາງແຜນຢ່າງລະອຽດ ແລະ ສອດຄ່ອງກັບຜົນປະໂຫຍດຂອງກຸ່ມທຶນອາເມຣິກາ. ເປັນເວລາດົນນານມາແລ້ວ, ອາເມຣິກາໄດ້ຈັດຕັ້ງກຳລັງສົງຄາມອິນເຕີເນັດຢູ່ເຂດອ້ອມຂ້າງຂອງປະເທດທີ່ເປັນຄູ່ແຂ່ງ, ເພື່ອສອດແນມທາງໃກ້ ແລະ ເຊື່ອມຊຶມຜ່ານທາງອິນເຕີເນັດຕໍ່ເປົ້າໝາຍທາງອິນເຕີເນັດ. ກຳລັງສົງຄາມອິນເຕີເນັດ ແລະ ແຮກເກີຂອງອົງການຂ່າວລັບອາເມຣິກາໄດ້ປອມຕົວເປັນຄົນປະເທດອື່ນໆເພື່ອດຳເນີນການໂຈມຕີ ແລະ ເຈາະຂໍ້ມູນຜ່ານ ທາງອິນເຕີເນັດ.
ບົດລາຍງານຊີ້ໃຫ້ເຫັນວ່າ: ອົງການຂ່າວລັບອາເມຣິກາໄດ້ສ້າງຕັ້ງເຄືອຂ່າຍດັກຟັງທາງອິນເຕີເນັດທີ່ມີຂະໜາດໃຫຍ່ໃນທົ່ວໂລກ, ບັນລຸການດັກຟັງທີ່ບໍ່ມີການຈຳແນກຕໍ່ຊາວອິນເຕີເນັດທົ່ວໂລກ, ເຊິ່ງໄດ້ສະໜອງຂ່າວລັບທີ່ມີມູນຄ່າສູງຈຳນວນຫຼວງຫຼາຍໃຫ້ແກ່ລັດຖະບານອາເມຣິກາ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ
ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved