ຈີນເຕືອນໃຫ້ອິດສະຣາແອນປະຕິບັດມາດຕະການໃນທັນທີເພື່ອຊຸກຍູ້ໃຫ້ສະຖານະການຜ່ອນຄາຍລົງ
ທ່ານນາງໝາວໜິງ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 11 ຕຸລານີ້ວ່າ: ຈີນສະແດງຄວາມເປັນຫ່ວງທີ່ສຸດ ແລະ ກ່າວປະນາມຢ່າງຮຸນແຮງຕໍ່ກອງທັບປ້ອງກັນປະເທດອິດສະຣາແອນທີ່ໄດ້ໂຈມຕີທີ່ໝັ້ນ ແລະ ປ້ອມຍາມຂອງກອງກຳລັງຮັກສາສັນຕິພາບຂອງ ສປຊ ປະຈຳລີບັງ ທັງເຮັດທະຫານຮັກສາສັນຕິພາບໄດ້ຮັບບາດເຈັບ. ຈີນຮຽກຮ້ອງໃຫ້ດຳເນີນການສືບສວນ-ສອບສວນຕໍ່ເຫດການດັ່ງກ່າວ, ສືບທາວຫາຄວາມຮັບຜິດຊອບຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ພ້ອມທັງປະຕິບັດມາດຕະການ ເພື່ອບໍ່ໃຫ້ເກີດເລື່ອງດັ່ງກ່າວອີກ. ຈີນເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງ ໂດຍສະເພາະແມ່ນອິດສະຣາແອນ ຈົ່ງປະຕິບັດມາດຕະການໃນທັນທີ ເພື່ອຊຸກຍູ້ໃຫ້ສະຖານະການຜ່ອນຄາຍລົງ, ຮັບປະກັນຄວາມປອດໄພຂອງເຈົ້າໜ້າທີ່ປົກປັກຮັກສາສັນຕິພາບຂອງອົງການສະຫະປະຊາຊາດ, ປ້ອງກັນບໍ່ໃຫ້ການປະທະກັນຂະຫຍາຍວົງກວ້າງອອກໄປຕື່ມອີກຈົນບໍ່ສາມາດຄວບຄຸມໄດ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ເບີກບານມ່ວນຊື່ນໃນຍາມພັກ
ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved