ພາສາລາວ

ການເຈລະຈາກ່ຽວກັບການຍົກລະດັບສັນຍາການຄ້າເສລີຈີນ-ອາຊຽນສະບັບ 3.0 ໄດ້ສິ້ນສຸດລົງດ້ວຍລັກສະນະທາດແທ້

cri2024-10-11 15:08:24
Share
Share this with Close
Messenger Pinterest LinkedIn

ວັນທີ 10 ຕຸລານີ້ ນັກຂ່າວໄດ້ຮັບຂໍ້ມູນຈາກກະຊວງການຄ້າຈີນວ່າ: ຜູ້ນຳຈີນແລະ 10 ປະເທດສະມາຊິກອາຊຽນໄດ້ປະກາດໃນມື້ດຽວກັນວ່າໄດ້ສິ້ນສຸດການເຈລະຈາກ່ຽວກັບການຍົກລະດັບສັນຍາການຄ້າເສລີຈີນ-ອາຊຽນສະບັບ 3.0 ດ້ວຍລັກສະນະທາດແທ້, ໂດຍໄດ້ອອກ “ຖະແຫຼງການຮ່ວມກ່ຽວກັບການສິ້ນສຸດການເຈລະຈາກ່ຽວກັບການຍົກລະດັບສັນຍາການຄ້າເສລີຈີນ-ອາຊຽນສະບັບ 3.0 ດ້ວຍລັກສະນະທາດແທ້ລະຫວ່າງຈີນ-ອາຊຽນ”.

ຂ່າວແຈ້ງໃຫ້ຮູ້ວ່າ: ສັນຍາການຍົກລະດັບການຄ້າເສລີຈີນ-ອາຊຽນສະບັບ 3.0 ກວມເອົາ 9 ຂົງເຂດ, ໃນນັ້ນລວມມີຂົງເຂດທີ່ມີຢູ່ໃນປັດຈຸບັນຕາມສັນຍາການຄ້າເສລີຈີນ-ອາຊຽນ, ແລະຂົງເຂດຈະເລີນໃໝ່ທີ່ມີກຳລັງແຮງບົ່ມຊ້ອນດ້ານການຮ່ວມມືຢ່າງຫຼວງຫຼາຍລະຫວ່າງສອງຝ່າຍ.

ສອງຝ່າຍເຫັນດີເປັນເອກະພາບກັນວ່າ: ຜົນສຳເລັດການຍົກລະດັບດັ່ງກ່າວຈະບຸກເບີກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຈະເລີນໃໝ່ລະຫວ່າງຈີນ-ອາຊຽນຢ່າງຮອບດ້ານ, ເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນໃນຂົງເຂດມາດຕະຖານແລະກົດລະບຽບລະຫວ່າງສອງຝ່າຍ, ຊຸກຍູ້ການຄ້າແບບໂລ່ງລ່ຽນແລະການພັດທະນາແບບໂອບເອື້ອອາລີ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn