ພາສາລາວ

ຮອງນາຍົກລັດຖະມົນຕີຈີນນຳພາຄະນະຜູ້ແທນສູນກາງຈີນໄປຢ້ຽມຢາມໂຄງການສາວຮູຂອງກອງຜະລິດ ແລະກໍ່ສ້າງຊິ່ນຈ່ຽງ

cri2024-10-10 14:45:17
Share
Share this with Close
Messenger Pinterest LinkedIn

ວັນທີ 9 ຕຸລານີ້, ທ່ານເຮີລີ້ເຟິ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ, ຫົນໜ້າຄະນະຜູ້ແທນສູນກາງຈີນໄດ້ນຳພາຄະນະຜູ້ແທນສູນກາງຈີນໄປຢ້ຽມຢາມ ແລະສຳຫຼວດໂຄງການສາວຮູຂອງກອງຜະລິດ ແລະກໍ່ສ້າງຊິ່ນຈ່ຽງ.

ຢູ່ສະຖານທີ່ກໍ່ສ້າງໂຄງການສຶກສາຊັ້ນສູງທີ່ສຳຄັນ, ຄະນະຜູ້ແທນສູນກາງຈີນໄດ້ເກັບກຳຂໍ້ມູນຢ່າງລະອຽດກ່ຽວກັບແຜນການລວມ, ເປົ້າໝາຍແຕ່ລະໄລຍະ ແລະຄວາມຄືບໜ້າຂອງການກໍ່ສ້າງໂຄງການດັ່ງກ່າວ.

ຢູ່ເຂດພັດທະນາເສດຖະກິດ ແລະເຕັກໂນໂລຊີສາວຮູ, ຄະນະຜູ້ແທນສູນກາງຈີນໄດ້ສຳຫຼວດສະພາບການຂອງວິສາຫະກິດຢູ່ເຂດພັດທະນາ ເຊັ່ນ: ການຜະລິດ ແລະດຳເນີນທຸລະກິດ, ການປະກອບອາຊີບ, ການຊ່ວຍເຫຼືອການພັດທະນາເສດຖະກິດທ້ອງຖິ່ນ ແລະອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn