ພາສາລາວ

ທ່ານຫວາງຢີ້ໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ

cri2024-10-10 14:52:11
Share
Share this with Close
Messenger Pinterest LinkedIn

ວັນທີ 9 ຕຸລານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໂອ້ລົມທາງໂທລະສັບກັບທ່ານທາເຄຊິ ໄອວາຢາ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ.

ທ່ານທາເຄຊິ ໄອວາຢາກ່າວວ່າ, ການຮ່ວມມືໃນແຕ່ລະຂົງເຂດລະຫວ່າງຍີ່ປຸ່ນ-ຈີນມີກຳລັງແຮງບົ່ມຊ້ອນຢ່າງໃຫຍ່ຫຼວງ, ຍີ່ປຸ່ນຍິນດີເພີ່ມທະວີການແລກປ່ຽນໃນລະດັບຕ່າງໆກັບຈີນ, ເປິກສາຫາລືກ່ຽວກັບການແກ້ໄຂບັນຫາທີ່ຍັງຄົງຄ້າງ, ສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ. ຍິນດີພະຍາຍາມຮ່ວມກັບຈີນ, ເພີ່ມທະວີການຮ່ວມມື, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ສັນຕິພາບສະຖຽນລະພາບຂອງພາກພື້ນແລະການຮັບມືກັບສິ່ງທ້າທາຍໃນທົ່ວໂລກ.

ທ່ານຫວາງຢີ້ກ່າວວ່າ: ຄອງຄອຍຄະນະລັດຖະບານຊຸດໃໝ່ຂອງຍີ່ປຸ່ນມູມມອງໃໝ່, ການພົວພັນລະຫວ່າງຈີນ-ຍີ່ປຸ່ນຈະໄດ້ຮັບການພັດທະນາໃໝ່. ສອງຝ່າຍຕ້ອງຖືປະຫວັດສາດເປັນແວ່ນແຍງ, ບໍ່ລືມອຸດົມການແຕ່ຫົວທີ, ບຸກເບີກການຮ່ວມມື, ປັດເຂ່ຍສິ່ງລົບກວນຕ່າງໆ, ຊຸກຍູ້ການສ້າງການພົວພັນຍຸດທະສາດທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດລະຫວ່າງຈີນ-ຍີ່ປຸ່ນຢ່າງຮອບດ້ານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

123全文 3 下一页

Share this story on

Messenger Pinterest LinkedIn