ທ່ານສີຈິ້ນຜິງສົ່ງສານອວຍພອນເຖິງທ່ານກາອິສ ໄຊອິດທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຂອງຕຸຍນີຊີອີກສະໄໝໜຶ່ງ
ວັນທີ 9 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນເຖິງທ່ານກາອິສ ໄຊອິດ, ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຂອງຕຸຍນີຊີອີກສະໄໝໜຶ່ງ.
ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງຊີ້ອອກວ່າ: ໃນປີມໍ່ໆມານີ້, ພາຍໃຕ້ການນຳພາຮ່ວມກັນຂອງພວກເຮົາ, ການພົວພັນລະຫວ່າງຈີນ-ຕຸຍນີຊີໄດ້ຮັບການພັດທະນາຢ່າງປອດໃສແລະໝັ້ນທ່ຽງ. ໃນເດືອນພຶດສະພາປີນີ້, ຂ້າພະເຈົ້າກັບທ່ານໄດ້ຮ່ວມກັນປະກາດສ້າງສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນ-ຕຸຍນີຊີ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່. ຂ້າພະເຈົ້າໃຫ້ຄວາມສຳຄັນສູງຕໍ່ການພັດທະນາດ້ານການພົວພັນລະຫວ່າງຈີນ-ຕຸຍນີຊີ, ຍິນດີພະຍາຍາມຮ່ວມກັບທ່ານ, ຖືເອົາປີ 2024 ເຊິ່ງເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 60 ປີເປັນໂອກາດທີ່ດີ, ສືບຕໍ່ເສີມຂະຫຍາຍໄມຕີຈິດມິດຕະພາບລະຫວ່າງຈີນ-ຕຸຍນີຊີ, ລົງເລິກການຮ່ວມມືແລະການແລກປ່ຽນໃນແຕ່ລະຂົງເຂດ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນ-ຕຸຍນີຊີກ້າວເດີນໄປໄກຢ່າງໝັ້ນທ່ຽງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ