ພາສາລາວ

ກຳປັ່ນສີຈີ້ກວ່າງແລະກຳປັ່ນຈິງກ່າງຊ່ານຂອງກອງທັບເຮືອຈີນສິ້ນສຸດການຢ້ຽມຢາມສັນທະວະໄມຕີມາເລເຊຍ

cri2024-10-09 15:00:58
Share
Share this with Close
Messenger Pinterest LinkedIn

ວັນທີ 8 ຕຸລານີ້, ກຳປັ່ນສີຈີ້ກວ່າງແລະກຳປັ່ນຈິງກ່າງຊ່ານຂອງກອງທັບເຮືອຈີນໄດ້ສິ້ນສຸດການຢ້ຽມຢາມສັນທະວະໄມຕີມາເລເຊຍທີ່ເປັນເວລາ 3 ວັນແລະສືບຕໍ່ເດີນທາງໄປບັງກະລາເດັດໃນວັນທີ 8 ຕຸລານີ້.

ໃນໄລຍະຢ້ຽມຢາມ, ນາຍແລະພົນທະຫານທີ່ປະຕິບັດໜ້າທີ່ຢູ່ກຳປັ່ນທັງສອງລຳໄດ້ທັດສະນາສຶກສາຢູ່ສິ່ງກໍ່ສ້າງທາງການທະຫານທີ່ກ່ຽວຂ້ອງຢູ່ຖານທັບເຣືອມາເລເຊຍ, ໄດ້ຈັດງານສົນທະນາແລກປ່ຽນກັນ, ແລະໄດ້ເດີນທາງໄປຈັດງານສຳມະນາມິດຕະພາບຢູ່ໂຮງຮຽນມັດທະຍົມພາສາຈີນຈົ່ງລີງຂອງມາເລເຊຍ. ກຳປັ່ນສີ່ຈິີ້ກວ່າງໄດ້ຈັດງານລ້ຽງຢູ່ເທິງດາດຟ້າ, ມີຜູ້ນຳຂອງກອງທັບມາເລເຊຍ, ພະນັກງານສະຖານທູດຈີນປະຈຳມາເລເຊຍພ້ອມດ້ວຍຜູ້ຕາງໜ້າຊາວຈີນຕ່າງດ້າວ, ຄົນມາເລເຊຍເຊື້ອສາຍຈີນໄດ້ເຂົ້າຮ່ວມງານລ້ຽງຕາມຄຳເຊີນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບແລະຄວາມເຂົ້າໃຈກັນຢ່າງເລິກເຊິ່ງຕື່ມອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn