ເສດຖະກິດຈີນເຕີບໂຕຢ່າງໝັ້ນທ່ຽງຈະເປັນການເພີ່ມຄວາມໝັ້ນໃຈໃຫ້ແກ່ເສດຖະກິດໂລກ
ວັນທີ 9 ຕຸລານີ້ ລັດຖະບານຈີນໄດ້ແຈ້ງສະພາບທີ່ຈັດຕັ້ງປະຕິບັດນະໂຍບາຍທີ່ຕັ້ງໜ້າຕ່າງໆແລ້ວ, ສື່ມວນຊົນຕ່າງປະເທດໄດ້ພາກັນສະແດງຄວາມສົນໃຈ. ຫາງສຽງສາກົນເຫັນວ່າ, ນະໂຍບາຍເຫຼົ່ານີ້ກວມເອົາຂົງເຂດຕ່າງໆ, ເຊັ່ນ: ການເງິນ, ການບໍລິໂພກ, ການລົງທຶນ, ອະສັງຫາລິມະຊັບ, ຕະຫຼາດຫຼັກຊັບ ແລະອື່ນໆ, ເຊິ່ງໄດ້ເພີ່ມຄວາມໝັ້ນໃຈຂອງຝ່າຍຕ່າງໆ, ແລະ ຊຸກຍູ້ໃຫ້ເສດຖະກິດຈີນກ້າວໄປສູ່ທິດທາງທີ່ດີ.
ຕະຫຼາດການບໍລິໂພກຂອງຈີນໃນໄລຍະພັກວັນຊາດຈີນມີຄວາມຄຶກຄັກຫຼາຍ. ຂໍ້ມູນສະແດງໃຫ້ເຫັນວ່າ: ແຕ່ວັນທີ 1 ຫາວັນທີ 7 ຕຸລານີ້, ຈຳນວນຜູ້ເດີນທາງຂ້າມເຂດແຄວ້ນໃນທົ່ວສັງຄົມຈີນມີເຖິງ 2 ຕື້ 8 ລ້ານເທື່ອຄົນ, ເພີ່ມຂຶ້ນ 4,1% ໂດຍສະເລ່ຍຕໍ່ມື້ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ສື່ມວນຊົນຕ່າງປະເທດຕີລາຄາວ່າ, ຄວາມຄຶກຄື້ນຂອງການບໍລິໂພກໃນຕະຫຼາດການທ່ອງທ່ຽວວັດທະນະທຳ ແລະອື່ນໆໄດ້ສ່ອງແສງໃຫ້ເຫັນເຖິງຄວາມມີຊີວິດຊີວາຂອງເສດຖະກິດຈີນ, ການເດີນທາງໄປທ່ອງທ່ຽວຕ່າງປະເທດຂອງນັກທ່ອງທ່ຽວຈີນກໍໄດ້ຊຸກຍູ້ການພັດທະນາເສດຖະກິດຂອງທ້ອງຖິ່ນຕ່າງໆ.
ສັນຍານທີ່ຕັ້ງໜ້າຈາກຕະຫຼາດຈີນ ເປັນຜົນງານຈາກການຮ່ວມແຮງກັນຂອງຫຼາຍຝ່າຍ. ນີ້ກໍຢືນຢັນໃຫ້ເຫັນວ່າ, ເງື່ອນໄຂພື້ນຖານຂອງເສດຖະກິດຈີນບໍ່ໄດ້ມີການປ່ຽນແປງ, ຕະຫຼາດທີ່ກວ້າງຂວາງ ການມີຄວາມໝັ້ນໜຽວຢ່າງສູງທາງເສດຖະກິດ, ການມີກຳລັງບົ່ມຊ້ອນອັນໃຫຍ່ຫຼວງ ແລະເງື່ອນໄຂເອື້ອອຳນວຍອື່ນໆ ບໍ່ໄດ້ມີການປ່ຽນແປງ.
ພາຍໃຕ້ສະພາບນີ້, ທ່ວງທ່າທີ່ເຕີບໂຕຢ່າງໝັ້ນທ່ຽງຂອງເສດຖະກິດຈີນໃນໄລຍະມໍ່ໆມານີ້, ໄດ້ສ້າງແຮງຂັບເຄື່ອນ ແລະ ຄວາມຫວັງໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ. ພ້ອມກັນນັ້ນ, ຕະຫຼາດຈີນທີ່ນັບມື້ນັບເປີດກວ້າງອອກກໍໄດ້ສ້າງໂອກາດພັດທະນາແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ແກ່ບັນດາປະເທດ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ເບີກບານມ່ວນຊື່ນໃນຍາມພັກ
ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ
ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved