ທ່ານ ຫຼີສຽງ ຈະເຂົ້າຮ່ວມກອງປະຊຸມຕ່າງໆຂອງຜູ້ນຳການຮ່ວມມືອາຊີຕາເວັນອອກພ້ອມທັງຢ້ຽມຢາມລາວແລະຫວຽດນາມ
ທ່ານນາງ ມາວໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ປະກາດໃນວັນທີ 8 ຕຸລານີ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີສາທາລະນະລັດປະຊາທິປະໄຕປະຊາຊົນລາວທີ່ເປັນປະເທດປະທານໝູນວຽນອາຊຽນ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນຈະເຂົ້າຮ່ວມກອງປະຊຸມຜູ້ນຳອາຊຽນກັບຈີນ(10+1), ກອງປະຊຸມຜູ້ນຳອາຊຽນກັບຈີນ,ຍີ່ປຸ່ນແລະສ.ເກົາຫຼີຫຼື(10+3)ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຫຼື EAS ຄັ້ງທີ 19 ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຂອງລາວລະຫວ່າງວັນທີ 9 ຫາ 12 ຕຸລານີ້ແລະຈະຢ້ຽມຢາມລາວຢ່າງເປັນທາງການ.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຟາມມິ່ງຈິງ ນາຍົກລັດຖະມົນຕີສາທາລະນະລັດສັງຄົມນິຍົມຫວຽດນາມ, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນຈະຢ້ຽມຢາມຫວຽດນາມຢ່າງເປັນທາງການລະຫວ່າງວັນທີ 12 ຫາ 14 ຕຸລານີ້.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ເບີກບານມ່ວນຊື່ນໃນຍາມພັກ