8 ເດືອນຂອງປີນີ້, ມູນຄ່າເພີ່ມຂອງອຸດສາຫະກໍາການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກຂອງຈີນເພີ່ມຂຶ້ນ 13,1%
ອີງຕາມແຫຼ່ງຂ່າວຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ອຸດສາຫະກໍາການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກຂອງຈີນໄດ້ມີການຜະລິດເພີ່ມຂຶ້ນຢ່າງວ່ອງໄວ, ພ້ອມດຽວກັນນີ້, ການສົ່ງອອກໄດ້ຟື້ນຟູຂຶ້ນຢ່າງຕໍ່ເນື່ອງ, ການພັດທະນາຂອງອຸດສາຫະກໍາດັ່ງກ່າວມີທ່ວງທ່າຂະຫຍາຍຕົວທີ່ດີ.
ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ມູນຄ່າເພີ່ມຂອງອຸດສາຫະກໍາການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກຂະໜາດໃຫຍ່ຄືມີລາຍຮັບຫຼາຍກວ່າ 20 ລ້ານຢວນຕໍ່ປີຂອງຈີນໄດ້ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໄວກວ່າຈັງຫວະການເຕີບໂຕຂອງອຸດສາຫະກໍາ 7,3% ແລະ ໄວກວ່າອຸດສາຫະກໍາການຜະລິດເຕັກໂນໂລຊີສູງ 4,2% ເມື່ອທຽບໃສ່ໄລຍະດຽວກັນ. ເວົ້າສະເພາະເດືອນສິງຫາ, ມູນຄ່າເພີ່ມຂອງອຸດສາຫະກໍາການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກຂະໜາດໃຫຍ່ໄດ້ເພີ່ມຂຶ້ນ 11,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ນອກນີ້, ນັບແຕ່ເດືອນມັງກອນຫາເດືອນສິງຫາປີນີ້, ໃນບັນດາຜະລິດຕະພັນຕົ້ນຕໍຂອງອຸດສາຫະກໍາການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກ, ປະລິມານການຜະລິດໂທລະສັບມືຖືບັນລຸເຖິງ 1 ຕື້ 15 ລ້ານໜ່ວຍ, ໃນນັ້ນໂທລະສັບມືຖືແບບອັດສະລິຍະມີເຖິງ 751 ລ້ານໜ່ວຍ, ຕ່າງໄດ້ເພີ່ມຂຶ້ນ 8,8% ແລະ 10,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນອກນັ້ນ, ປະລິມານການຜະລິດຄອມພິວເຕີບັນລຸເຖິງ 217 ລ້ານໜ່ວຍ, ເພີ່ມຂຶ້ນ 2,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ປະລິມານການຜະລິດວົງຈອນໄຟຟ້າລວມບັນລຸເຖິງ 284,5 ຕື້ແຜ່ນ, ເພີ່ມຂຶ້ນ 26,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ເບີກບານມ່ວນຊື່ນໃນຍາມພັກ
ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved