ພາສາລາວ

ການເຕີບໂຕຢ່າງໝັ້ນທ່ຽງຂອງເສດຖະກິດດີຈີຕອນຈີນໄດ້ຮັດແໜ້ນພື້ນຖານຂອງການຄ້າດີຈີຕອນ

cri2024-10-04 11:09:03
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວລັດຖະບານຈີນແຈ້ງໃຫ້ຮູ້ວ່າ: ປີ 2023, ມູນຄ່າເພີ່ມຂອງອຸດສາຫະກຳແກນກາງເສດຖະກິດດີຈີຕອນຈີນໄດ້ກວມເອົາລວມຍອດຜະລິດຕະພັນພາຍໃນ ຫຼື GDP ເຖິງ 10%, ມູນຄ່າຂອງຕະຫຼາດການ Cloud computing ໄດ້ບັນລຸເຖິງ 616.5 ຕື້ຢວນ, ເພີ່ມຂຶ້ນ 35,5%. ຈາກນັ້ນ, ເສດຖະກິດດີຈີຕອນທີ່ເຕີບໂຕຢ່າງໝັ້ນທ່ຽງ ໄດ້ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການປະຕິຮູບ, ການປະດິດສ້າງໃໝ່ແລະການພັດທະນາຂອງການຄ້າດີຈີຕອນ.

ທ່ານຖາງຫົງເວີນ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າຈີນແນະນຳໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2024, ມູນຄ່າການນຳເຂົ້າແລະສົ່ງອອກດ້ານການບໍລິການທີ່ມອບຜ່ານລະບົບດີຈີຕອນບັນລຸເຖິງ 1,420 ຕື້ຢວນ, ເພີ່ມຂຶ້ນ 3,7%, ເປັນສະຖິຕິສູງສຸດໃນປະຫວັດສາດ; ການນຳເຂົ້າແລະສົ່ງອອກດ້ານການຄ້າເອເລັກໂຕຣນິກຂ້າມຊາດໄດ້ບັນລຸເຖິງ 1,220 ຕື້ຢວນ, ເພີ່ມຂຶ້ນ 10,5% ເປັນສະຖິຕິສູງສຸດໃນປະຫວັດສາດເຊັ່ນດຽວກັນ ເຊິ່ງມີບົດບາດຄ້ຳຊູຕໍ່ການພັດທະນາການຄ້າທີ່ມີຄຸນນະພາບສູງນັບມື້ນັບຫຼາຍຂຶ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn