ພາສາລາວ

ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມກ່ຽວກັບສະຖານະການລີບັງ-ອິດສະຣາແອນ ແລະ ອີຣານ-ອິດສະຣາແອນຮຸນແຮງຂຶ້ນ

cri2024-10-03 12:24:02
Share
Share this with Close
Messenger Pinterest LinkedIn

ວັນທີ 2 ຕຸລານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບສະຖານະການລີບັງ-ອິດສະຣາແອນ ແລະ ອີຣານ-ອິດສະຣາແອນຮຸນແຮງຂຶ້ນ.

ມີນັກຂ່າວຖາມວ່າ: ວັນທີ 1 ຕຸລານີ້, ອິດສະຣາແອນໄດ້ດຳເນີນການເຄື່ອນໄຫວດ້ານການທະຫານທາງບົກຢູ່ພາກໃຕ້ລີບັງ. ຕອນຂ້ອນແຈ້ງວັນທີ 2 ຕຸລານີ້, ອີຣານໄດ້ໂຈມຕີອິດສະຣາແອນທາງການທະຫານ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງດັ່ງກ່າວ?

ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນມີຄວາມເປັນຫ່ວງຕໍ່ສະຖານະການຢູ່ຕາເວັນອອກກາງທີ່ມີຄວາມປັ່ນປ່ວນ, ຄັດຄ້ານການລ່ວງລະເມີດອະທິປະໄຕ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລີລັງ, ຄັດຄ້ານການເຮັດໃຫ້ໃຫ້ຂໍ້ຂັດແຍ້ງຮຸນແຮງຂຶ້ນ ແລະ ຂະຫຍາຍການປະທະກັນໃຫ້ກວ້າງອອກ. ຈີນຮຽກຮ້ອງໃຫ້ປະຊາຄົມໂລກ ໂດຍສະເພາະແມ່ນປະເທດໃຫຍ່ທີ່ມີອິດທິພົນຈົ່ງເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນຢ່າງແທ້ຈິງ, ຫຼີກລ່ຽງບໍ່ໃຫ້ສະຖານະການຮຸນແຮງຂຶ້ນຕື່ມອີກ. ຈີນເຫັນວ່າ: ການທີ່ບໍ່ສາມາດບັນລຸໃຫ້ເຂດກາຊາຢຸດຍິງມາໂດຍຕະຫຼອດແມ່ນສາເຫດຕົ້ນຕໍທີ່ພາໃຫ້ເກີດຄວາມປັ່ນປ່ວນຮອບນີ້ຢູ່ຕາເວັນອອກກາງ, ບັນດາຝ່າຍຄວນບັນລຸໃຫ້ເຂດກາຊາຢຸດຍິງຢ່າງຮອບດ້ານ ແລະ ຖາວອນໂດຍໄວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ດອກໄຟແສງສີສາດສ່ອງຢູ່ຮົງກົງເພື່ອສະເຫຼີມສະຫຼອງວັນຊາດຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn