ຜູ້ນຳພັກແລະລັດຈີນ ເຊັ່ນທ່ານສີຈິ້ນຜິງເປັນຕົ້ນເຂົ້າຮ່ວມພິທີວາງພວງມາລາເຖິງວິລະຊົນປະຊາຊົນໃນວັນລະລຶກວິລະຊົນຜູ້ສະຫຼະຊີວິດ
ເນື່ອງໃນໂອກາດສະຫຼອງວັນສະຖາປະນາສປຈີນຄົບຮອບ 75 ປີ, ພິທີວາງພວງມາລາເຖິງວິລະຊົນປະຊາຊົນໃນວັນລະລຶກວິລະຊົນຜູ້ສະຫຼະຊີວິດ ໄດ້ຈັດຂຶ້ນຢູ່ສະໜາມຫຼວງທ່ຽນອ່ານເມີນນະຄອນຫຼວງປັກກິ່ງຢ່າງຄຶກຄື້ນໃນວັນທີ 30 ກັນຍາແລ້ວນີ້, ຜູ້ນຳພັກແລະລັດຈີນພ້ອມກັບຜູ້ຕາງໜ້າວົງການຕ່າງໆໄດ້ເຂົ້າຮ່ວມພິທີດັ່ງກ່າວ.
ຢູ່ໃຈກາງສະໜາມຫຼວງທ່ຽນອ່ານເມີນທີ່ກວ້າງໃຫຍ່ ມີພວງມາລາໃຫຍ່ທີ່ປະດັບເປັນໜັງສື“ອວຍພອນປະເທດຊາດ”ທີ່ສະແດງຄວາມອວຍພອນອັນດີງາມຕໍ່ປະເທດຊາດທີ່ຈະເລີນຮຸ່ງເຮືອງ. ຢູ່ຂ້າງເໜືອຂອງອະນຸສາວະລີວິລະຊົນປະຊາຊົນ, ແທ່ນດອກໄມ້ 2 ຈຸໄດ້ປະດັບດ້ວຍພວງມາລາ 18 ພວງທີ່ປະກອບດ້ວຍດອກເບັນຈະມາດສີຂາວແລະດອກໄມ້ສົດອື່ນໆ ເຊິ່ງສະແດງໃຫ້ເຫັນເຖິງຄວາມໄວ້ອາໄວຢ່າງເລິກເຊິ່ງຂອງປະຊາຊົນທົ່ວປະເທດຈີນຕໍ່ວິລະຊົນຜູ້ສະຫຼະຊີວິດ.
ຜູ້ນຳພັກແລະລັດຈີນ ເຊັ່ນທ່ານສີຈິ້ນຜິງເປັນຕົ້ນໄດ້ຢືນຢູ່ຕໍ່ໜ້າພວງມາລາແລະທຳຄວາມເຄົາລົບ. ຈາກນັ້ນ ໄດ້ຍ່າງອ້ອມອະນຸສາວະລີວິລະຊົນປະຊາຊົນຢ່າງຊ້າໆ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ການເຂົ້າຊົມການຊັກທຸງຊາດຂຶ້ນສູ່ຍອດເສົາຢູ່ສະໜາມຫຼວງທ່ຽນອ່ານເມີນເປັນພິທີສຳຄັນໃນໃຈຂອງປະຊາຊົນຈີນ
ທ່ານ ໂຈ່ວເວີຍຈົ່ງ ເຮັດໃຫ້ຊີວິດຂອງຊາວບ້ານນັບມື້ນັບຈະເລີນຮຸ່ງເຮືອງຂຶ້ນ
ສະຖານທີ່ຜະລິດເຮືອບິນລຳທຳອິດຂອງ ສປ ຈີນຢູ່ໃສ?
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved