ພາສາລາວ

ອາຊຽນສືບຕໍ່ເປັນຄູ່ຄ້າໃຫຍ່ອັນດັບ 1 ຂອງຈີນ

CRI2024-09-25 11:16:26
Share
Share this with Close
Messenger Pinterest LinkedIn

ອີງຕາມຕົວເລກຂໍ້ມູນຫຼ້າສຸດຂອງອົງການພາສີແຫ່ງຊາດຈີນແຈ້ງໃຫ້ຮູ້ວ່າ: ຍອດມູນຄ່າການຄ້າສອງຝ່າຍລະຫວ່າງຈີນ-ອາຊຽນໄດ້ເພີ່ມຈາກ 876 ຕື້ 380 ລ້ານຢວນເມື່ອປີ 2004 ຂຶ້ນເປັນ 6,410 ຕື້ຢວນເມື່ອປີ 2023, ໂດຍສະເລ່ຍແລ້ວໄດ້ເຕີບໂຕ 11% ຕໍ່ປີ, ໄວກວ່າ 3% ເມື່ອທຽບໃສ່ຈັງຫວະການເຕີບໂຕດ້ານການຄ້າກັບຕ່າງປະເທດໂດຍລວມຂອງຈີນທີ່ມີຈັງຫວະການເຕີບໂຕເຖິງ 8%, ຂະນະທີ່ຍອດມູນຄ່າການຄ້າສອງຝ່າຍລະຫວ່າງຈີນ-ອາຊຽນໄດ້ກວມເອົາ 9,2% ຂອງຍອດມູນຄ່າການຄ້າຕ່າງປະເທດຂອງຈີນໃນປີ 2004, ເມື່ອປີ 2023 ໄດ້ເພີ່ມຂຶ້ນຮອດ 15,4% ແລ້ວ.

ໃນ 8 ເດືອນປີນີ້, ອາຊຽນສືບຕໍ່ເປັນຄູ່ຄ້າໃຫຍ່ອັນດັບ 1 ຂອງຈີນ. ຍອດມູນຄ່າສິນຄ້ານໍາເຂົ້າ-ສົ່ງອອກຂອງຈີນຕໍ່ອາຊຽນໄດ້ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໄວກວ່າ 4% ເມື່ອທຽບໃສ່ຈັງຫວະການເຕີບໂຕດ້ານການຄ້າກັບຕ່າງປະເທດໂດຍລວມຂອງຈີນທີ່ມີຈັງຫວະການເຕີບໂຕເຖິງ 6%, ກວມເອົາ 15% ຂຶ້ນໄປຂອງຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

123全文 3 下一页

Share this story on

Messenger Pinterest LinkedIn