ພາສາລາວ

ຈີນມີອົງການຮັກສາສຸຂະພາບແມ່ ແລະ ເດັກຫຼາຍກວ່າ 3.000 ແຫ່ງ

CRI2024-09-22 12:02:13
Share
Share this with Close
Messenger Pinterest LinkedIn

ແຫຼ່ງຂ່າວຈາກກອງປະຊຸມໃຫຍ່ທາງດ້ານວິຊາການສຸຂະພາບແມ່ ແລະ ເດັກຈີນຄັ້ງທີ 3 ທີ່ຈັດຂຶ້ນຢູ່ນະຄອນໄຫໂຂ້ແຂວງໄຫຫຼໍາຂອງຈີນໃນລະຫວ່າງວັນທີ 20-21 ກັນຍານີ້ແຈ້ງໃຫ້ຮູ້ວ່າ: ປັດຈຸບັນ, ຈີນມີອົງການຮັກສາສຸຂະພາບແມ່ ແລະ ເດັກເຖິງ 3.082 ແຫ່ງ, ໂຮງໝໍເດັກ 158 ແຫ່ງ, ສູນປິ່ນປົວສຸກເສີນແມ່ຍິງຖືພາ ແລະ ເກີດລູກມີ 3.364 ແຫ່ງ ແລະ ມີສູນປິ່ນປົວສຸກເສີນເດັກເກີດໃໝ່ເຖິງ 3.070 ແຫ່ງ.

ພ້ອມດຽວກັນນີ້, ວຽກງານຮັກສາສຸຂະພາບແມ່ ແລະ ເດັກຂອງຈີນໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ. ປັດຈຸບັນ, ຕົວຊີ້ວັດທີ່ສໍາຄັນດ້ານສຸຂະພາບແມ່ ແລະ ເດັກຂອງຈີນແມ່ນຢູ່ໃນລະດັບແຖວໜ້າຂອງປະເທດທີ່ມີລາຍຮັບສູງ ແລະ ປານກາງໃນທົ່ວໂລກ, ຂະນະທີ່ອັດຕາການຕາຍຂອງເດັກເກີດໃໝ່, ອັດຕາການຕາຍຂອງເດັກທີ່ມີອາຍຸຕໍ່າກວ່າ 5 ປີ ແລະ ອັດຕາການຕາຍຂອງແມ່ຍິງຖືພາ ແລະ ເກີດລູກໃນທົ່ວປະເທດໃນປີ 2023 ຕ່າງໄດ້ຫຼຸດລົງ 56,3%, 53% ແລະ 38,4% ຕາມລໍາດັບເມື່ອທຽບໃສ່ປີ 2012.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ອາດຈະຫາແຟນຄົນໜຶ່ງ, ໄປຮຽນຢູ່ມະຫາວິທະຍາໄລ ແລະ ໄປທ່ຽວ

123全文 3 下一页

Share this story on

Messenger Pinterest LinkedIn