ພາສາລາວ

ການປະຕິຮູບຊັບສິນລັດ ແລະ ລັດວິສາຫະກິດຂອງຈີນໄດ້ຮັບການບຸກທະລຸທີ່ສຳຄັນ

CRI2024-07-27 14:06:47
Share
Share this with Close
Messenger Pinterest LinkedIn

ວັນທີ 26 ກໍລະກົດນີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ໃນໂອກາດນີ້, ຜູ້ຮັບຜິດຊອບຄະນະກຳມະການຕິດຕາມຄຸ້ມຄອງຊັບສິນຂອງລັດຈີນໄດ້ແຈ້ງໃຫ້ຮູ້ວ່າ: ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນເປັນຕົ້ນມາ, ການປະຕິຮູບຊັບສິນລັດ ແລະ ລັດວິສາຫະກິດຂອງຈີນໄດ້ຮັບການບຸກທະລຸທີ່ສຳຄັນ, ຄຸນນະພາບ ແລະ ປະສິດທິຜົນໄດ້ຮັບການຍົກລະດັບສູງຂຶ້ນຢ່າງພົ້ນເດັ່ນ.

ນັບມາຮອດທ້າຍປີ 2023, ຍອດມູນຄ່າຊັບສິນຂອງວິສາຫະກິດຂັ້ນສູນກາງ ໄດ້ບັນລຸເຖິງ 86.600 ຕື້ຢວນ, ເພີ່ມຂຶ້ນເປັນ 2,8 ເທົ່າເມື່ອທຽບໃສ່ລະດັບໃນທ້າຍປີ 2012, ຂະນະທີ່ມູນຄ່າເພີ່ມ, ລາຍຮັບ ແລະ ຜົນກໍາໄລຕ່າງກໍໄດ້ເພີ່ມຂຶ້ນໜຶ່ງເທົ່າຕົວເມື່ອທຽບໃສ່ປີ 2012.

ນອກນີ້, ຍອດມູນຄ່າການລົງທຶນຕໍ່ການຄົ້ນຄວ້າ ແລະ ພັດທະນາຂອງວິສາຫະກິດຂັ້ນສູນກາງໄດ້ລື່ນກາຍ 1.000 ຕື້ຢວນ 2 ປີລຽນຕິດ, ໂດຍໄດ້ຮັບຜົນສໍາເລັດອັນສໍາຄັນງວດໜຶ່ງໃນຂົງເຂດຕ່າງໆ ເຊັ່ນ: ການບິນອະວະກາດ, ການສຳຫຼວດທະເລເລິກ, ພະລັງງານ, ຄົມມະນາຄົມເປັນຕົ້ນ, ພ້ອມທັງໄດ້ຮັບການບຸກທະລຸທີ່ສຳຄັນໃນຫຼາຍຂົງເຂດເຊັ່ນ: ວັດຖຸທີ່ເປັນຂໍກຸນແຈສໍາຄັນເປັນຕົ້ນ. ນອກນັ້ນ, ຈີນຍັງໄດ້ດໍາເນີນການເຄື່ອນໄຫວສະເພາະກິດຕ່າງໆ ເຊັ່ນ: ການຍົກລະດັບອຸດສາຫະກໍາແບບດັ້ງເດີມ ແລະ ບໍາລຸງສ້າງອຸດສາຫະກໍາຈະເລີນໃໝ່ໃຫ້ເຂັ້ມແຂງ, ການບໍາລຸງສ້າງອຸດສາຫະກໍາໃນອະນາຄົດ, ປັນຍາປະດິດ ຫຼື AI+ ເປັນຕົ້ນ ເພື່ອສຸມກໍາລັງແຮງຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ກໍຄື ການເຊື່ອມໂຍງກັນດ້ານການປະດິດສ້າງຂອງອຸດສາຫະກໍາໃຫ້ລົງສູ່ລວງເລິກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn