ພາສາລາວ

ຄະນະປະຈໍາກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມເພື່ອຄົ້ນຄວ້າແລະ ວາງແຜນວຽກງານປ້ອງກັນໄພນ້ຳຖ້ວມ ແລະ ກູ້ໄພ

CRI2024-07-26 11:09:19
Share
Share this with Close
Messenger Pinterest LinkedIn

ວັນທີ 25 ກໍລະກົດນີ້, ຄະນະປະຈໍາກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າ ແລະ ວາງແຜນວຽກງານປ້ອງກັນໄພນ້ຳຖ້ວມ ແລະ ກູ້ໄພ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມ ແລະ ກ່າວຄໍາປາໄສອັນສໍາຄັນ.

ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ: ຕ້ອງຖືເອົາຄວາມປອດໄພດ້ານຊີວິດຂອງປະຊາຊົນເປັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ, ຫຼຸດຜ່ອນຈໍານວນຜູ້ເສຍຊີວິດ ແລະ ບາດເຈັບໃຫ້ໜ້ອຍເທົ່າທີ່ຈະໜ້ອຍໄດ້. ກອງປະຊຸມຍັງໄດ້ເນັ້ນໜັກວ່າ: ຕ້ອງປະຕິບັດການຊ່ວຍເຫຼືອກູ້ໄພຢ່າງສຸດຄວາມສາມາດ, ເພີ່ມທະວີການວາງແຜນໃຫ້ເປັນເອກະພາບກັນ ແລະ ກຽມພ້ອມຮັບມືໄວ້ລ່ວງໜ້າ. ຕ້ອງເອົາໃຈໃສ່ຕໍ່ການເລັ່ງສ້ອມແປງພື້ນຖານໂຄງລ່າງທີ່ພັງເສຍຫາຍເຊັ່ນ: ໂຄງການຊົນລະປະທານ, ໄຟຟ້າ, ຄົມມະນາຄົມ ແລະ ການສື່ສານເປັນຕົ້ນ, ຈັດຕັ້ງ ແລະ ນໍາພາປະຊາຊົນຜູ້ປະສົບໄພຟື້ນຟູການຜະລິດ ແລະ ສ້າງສາບ້ານເມືອງຄືນໃໝ່. ຕ້ອງເຮັດວຽກປ້ອງກັນ ແລະ ຫຼຸດຜ່ອນໄພພິບັດດ້ານກະສິກໍາໃຫ້ດີຢ່າງຕັ້ງໜ້າ, ຫຼຸດຜ່ອນຜົນເສຍຫາຍດ້ານກະສິກໍາໃຫ້ໜ້ອຍເທົ່າທີ່ຈະໜ້ອຍໄດ້, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ. ນອກນັ້ນ, ຕ້ອງເອົາໃຈໃສ່ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພເພື່ອປ້ອງກັນບໍ່ໃຫ້ເກີດຄວາມທຸກຍາກ ແລະ ປາກົດການກັບຄືນສູ່ຄວາມທຸກຍາກຍ້ອນໄພພິບັດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn