ພາສາລາວ

ທ່ານສີຈິ້ນຜິງຕອບຄືນຈົດໝາຍພະນັກງງານທຸກຖ້ວນໜ້າຂອງບໍລິສັດການບິນເຊ້ຍເມີນຈຳກັດ

cri2024-07-25 11:27:27
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດບໍລິສັດການບິນເຊ້ຍເມີນຈຳກັດສ້າງຕັ້ງຂຶ້ນຄົບຮອບ40ປີ, ເມື່ອມໍ່ໆມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕອບຄືນຈົດໝາຍພະນັກງງານທຸກຖ້ວນໜ້າຂອງບໍລິສັດການບິນເຊ້ຍເມີນຈຳກັດ ເພື່ອສະແດງຄວາມຊົມເຊີຍຢ່າງສຸດໃຈພ້ອມທັງຝາກຄວາມຫວັງເປັນຢ່າງຍິ່ງໄວ້ນຳເຂົາເຈົ້າ.

ເນື້ອໃນຈົດໝາຍຕອບຂອງທ່ານສີຈິ້ນຜິງລະບຸວ່າ: ຕອນທີ່ຂ້າພະເຈົ້າເຮັດວຽກຢູ່ນະຄອນເຊ້ຍເມີນ ແມ່ນເຄີຍໄດ້ມີສ່ວນຮ່ວມໃນການສ້າງຕັ້ງບໍລິສັດການບິນເຊ້ຍເມີນໃນເບື້ອງຕົ້ນ, ຕະຫຼອດໄລຍະ 40 ປີຜ່ານມາ, ຂ້າພະເຈົ້າໄດ້ເອົາໃຈໃສ່ຕິດຕາມການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດນີ້. ທຸກມື້ນີ້ ເມື່ອໄດ້ເຫັນບໍລິສັດການບິນເຊ້ຍເມີນທີ່ສ້າງຂຶ້ນດ້ວຍສອງຝາມືເປົ່ານັ້ນ ມີການພັດທະນາແບບກ້າວກະໂດດ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ.

ເນື້ອໃນຈົດໝາຍຕອບຂອງທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ບົນຂະບວນການໃໝ່ໃນຍຸກໃໝ່, ຫວັງວ່າ ພວກສະຫາຍຈະເສີມຂະຫຍາຍມູນເຊື້ອອັນດີງາມ, ຍຶດໝັ້ນການປະຕິຮູບແລະການປະດິດສ້າງ, ເພີ່ມທະວີກຳລັງແຂ່ງຂັນແກນກາງ, ເຂັ້ມງວດດ້ານເສັ້ນຕ້ອງຫ້າມດ້ານຄວາມປອດໄພ, ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ, ຊຸກຍູ້ການແລກປ່ຽນແລະຮ່ວມມືກັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການພັດທະນາຂະແໜງການການບິນພົນລະເຮືອນດ້ວຍຄຸນນະພາບສູງ ແລະ ການສ້າງສາປະເທດເຂັ້ມແຂງດ້ານຄົມມະນາຄົມ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

123全文 3 下一页

Share this story on

Messenger Pinterest LinkedIn