ພາສາລາວ

ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດອູແກຣນ

cri2024-07-25 11:00:07
Share
Share this with Close
Messenger Pinterest LinkedIn

ວັນທີ 24 ກໍລະກົດນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານດີມິໂຕຣ ກູເລບາ ລັດຖະມົນຕີກະຊວງການຕ່າງປະເທດອູແກຣນຢູ່ນະຄອນກວາງໂຈ່ວຂອງຈີນ.

ທ່ານຫວາງຢີ້ກ່າວວ່າ: ວິກິດການອູແກຣນໄດ້ເຂົ້າສູ່ປີທີ 3 ແລ້ວ, ຈີນຍຶດໝັ້ນອອກແຮງຊຸກຍູ້ການແກ້ໄຂວິກິດການໂດຍຜ່ານທາງການເມືອງຢ່າງສະເໝີຕົ້ນສະເໝີປາຍ. ໃນໄລຍະມໍ່ໆມານີ້, ຣັດເຊຍແລະອູແກຣນຕ່າງກໍໄດ້ສົ່ງສັນຍານໃນລະດັບຕ່າງກັນວ່າຍິນດີເຈລະຈາກັນ, ເຖິງວ່າເງືອນໄຂແລະໂອກາດຍັງບໍ່ທັນສຸກງອມເທື່ອກໍຕາມ, ແຕ່ພວກຂ້າພະເຈົ້າສະໜັບສະໜູນຄວາມພະຍາຍາມທຸກຮູບແບບທີ່ມີຜົນດີຕໍ່ສັນຕິພາບ, ຍິນດີສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອຢຸດຍິງກັນ ແລະ ຟື້ນຟູການເຈລະຈາສັນຕິພາບຄືນໃໝ່.

ທ່ານກູເລບາກ່າວວ່າ: ອູແກຣນສະໜັບສະໜູນຫຼັກໝັ້ນຂອງຈີນໃນບັນຫາໄຕ້ຫວັນ, ຈະສືບຕໍ່ຍຶດໝັ້ນຫຼັກການປະເທດຈີນດຽວ. ອູແກຣນໃຫ້ຄວາມສຳຄັນຕໍ່ຄວາມເຫັນຂອງຈີນ, ໄດ້ຕັ້ງໜ້າຄົ້ນຄວ້າ “ຄວາມເຫັນທີ່ເປັນເອກະພາບກັນ 6 ຂໍ້” ຂອງຈີນແລະແອັດສະປາຍກ່ຽວກັບການແກ້ໄຂວິກິດການອູແກຣນໂດຍຜ່ານທາງການເມືອງ. ອູແກຣນຍິນດີແລະກະກຽມຈະສົນທະນາແລະເຈລະຈາກັບຣັດເຊຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

123全文 3 下一页

Share this story on

Messenger Pinterest LinkedIn