ພາສາລາວ

ໄຂງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 8

CRI2024-07-24 11:26:43
Share
Share this with Close
Messenger Pinterest LinkedIn

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງທີ 8 ທີ່ຈະດໍາເນີນໄປເປັນເວລາ 6 ວັນນັ້ນໄດ້ໄຂຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຂອງຈີນໃນວັນທີ 23 ກໍລະກົດນີ້. ງານວາງສະແດງສິນຄ້າຄັ້ງນີ້ມີ 82 ປະເທດ ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ, ມີບໍລິສັດ 2.000 ກວ່າແຫ່ງເຂົ້າຮ່ວມວາງສະແດງ, ໃນນັ້ນເກືອບເຄິ່ງໜຶ່ງເປັນບໍລິສັດຕ່າງປະເທດທີ່ ກວມເອົາປະເທດທັງໝົດຢູ່ອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້.

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ສາມັກຄີ ແລະ ປະສານງານ, ຮ່ວມກັນສະແຫວງຫາການພັດທະນາ”, ໄດ້ວາງສະແດງອຸດສາຫະກໍາທີ່ມີຄວາມສາມາດບົ່ມຊ້ອມອ່າວຫຼາຍໃນການຮ່ວມມືດ້ານເສດຖະກິດ-ການຄ້າລະຫວ່າງຈີນ ແລະ ປະເທດຢູ່ອາຊີໃຕ້ຢ່າງຮອບດ້ານເຊັ່ນ: ພະລັງງານສີຂຽວ, ກະສິກໍາທັນສະໄໝ, ການປິ່ນປົວ ແລະ ຮັກສາສຸຂະພາບ, ການທ່ອງທ່ຽວດ້ານວັດທະນະທໍາເປັນຕົ້ນ.

ງານວາງສະແດງສິນຄ້າຈີນ-ອາຊີໃຕ້ໄດ້ຈັດຂຶ້ນຢ່າງສໍາເລັດຜົນມາ 7 ຄັ້ງ ແລ້ວ ໂດຍໄດ້ຮັບເອົາບໍລິສັດທັງພາຍໃນ ແລະ ຕ່າງປະເທດ 18.000 ກວ່າແຫ່ງມາເຂົ້າຮ່ວມວາງສະແດງ, ດຶງດູດປະຊາຊົນຫຼາຍກວ່າ 4.000.000 ເທື່ອຄົນເຂົ້າຊົມ, ຍອດມູນຄ່າການຄ້າຕ່າງປະເທດບັນລຸຫຼາຍກວ່າ 100 ຕື້ໂດລາ, ທັງໄດ້ຊຸກຍູ້ 3.000 ກວ່າໂຄງການໃຫ້ໄດ້ຮັບການລົງນາມ ແລະ ຈັດຕັ້ງປະຕິບັດນໍາອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn