ພາສາລາວ

ແຜນວາດໃໝ່ດ້ານການປະຕິຮູບຂອງຈີນສ້າງຜົນປະໂຫຍດໃໝ່ໃຫ້ແກ່ການເປີດປະຕູສູ່ພາຍນອກ

cri2024-07-23 10:49:51
Share
Share this with Close
Messenger Pinterest LinkedIn

ວັນທີ 21 ກໍລະກົດນີ້ , “ຂໍ້ຕົກລົງຂອງຄະນະກຳມະການສູນກາງພັກຄອມມູນິດຈີນກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ” ທີ່ໄດ້ຮັບການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາໂດຍກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ ⅩⅩ ນັ້ນ ໄດ້ປະກາດຢ່າງເປັນທາງການ. ນັກວິເຄາະເຫັນວ່າ: ນີ້ເປັນການສົ່ງສັນຍານຢ່າງຊັດເຈນກ່ຽວກັບຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກ, ແຜນວາດໃໝ່ດ້ານການປະຕິຮູບຂອງຈີນຈະສ້າງຜົນປະໂຫຍດໃໝ່ດ້ານການເປີດປະຕູສູ່ພາຍນອກໃຫ້ໂລກຫຼາຍກວ່າເກົ່າ.

ການເປີດປະຕູສູ່ພາຍນອກເປັນສັນຍະລັກອັນຈະແຈ້ງຂອງຄວາມທັນສະໄໝແບບຈີນ. ເລີ່ມຈາກການສ້າງຕັ້ງເຂດທົດລອງການຄ້າເສລີ 22 ແຫ່ງ, ການສ້າງທ່າການຄ້າເສລີໄຫຫຼຳ ຈົນຮອດການສຸມກຳລັງຊຸກຍູ້ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໃຫ້ມີຜົນບັງຄັບໃຊ້; ເລີ່ມຈາກການຫຼຸດບັນຊີທາງລົບກ່ຽວກັບການອະນຸມັດເຂົ້າສູ່ຕະຫຼາດສຳລັບທຶນຕ່າງປະເທດຫຼາຍເທື່ອ ຈົນຮອດການເປີດກວ້າງການອະນຸມັດໃນດ້ານໂທລະຄົມ, ການປິ່ນປົວ ແລະ ຂະແໜງການບໍລິການອື່ນໆ; ເລີ່ມຈາກການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ຈົນຮອດການສ້າງເວທີສາກົນຕ່າງໆ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ, ງານຕະຫຼາດນັດການຄ້າການບໍລິການສາກົນຈີນ, ງານວາງສະແດງສິນຄ້າອຸປະໂພກ-ບໍລິໂພກສາກົນຈີນແລະອື່ນໆ…… ທັງໝົດເຫຼົ່ານີ້ໄດ້ເຮັດໃຫ້ຈີນ ແລະ ໂລກເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງແບບບໍ່ເຄີຍມີມາກ່ອນ.

ສິ່ງທີ່ຈີນ ແລະ ໂລກຮ່ວມກັນຊົມໃຊ້ນັ້ນ, ກ່ອນອື່ນແມ່ນຕະຫຼາດທີ່ມີຂະໜາດໃຫຍ່ພິເສດ. ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ ⅩⅩ ສະເໜີວ່າ: ຈະຍົກສູງສະມັດຖະພາບການເປີດປະຕູສູ່ພາຍນອກໃນຂະບວນການເປີດກວ້າງການຮ່ວມມືສາກົນ ໂດຍອີງໃສ່ທ່າແຮງຂອງຕະຫຼາດທີ່ມີຂະໜາດໃຫຍ່ພິເສດ. ນີ້ໝາຍຄວາມວ່າ: ຈີນກຳລັງພະຍາຍາມເປີດປະຕູສູ່ພາຍນອກໃຫ້ນັບມຶ້ນັບກວ້າງກວ່າເກົ່າ.

ສິ່ງທີ່ສຳຄັນກວ່ານັ້ນຄື: ການເປີດປະຕູສູ່ພາຍນອກຂອງຈີນກຳລັງເລີ່ມຈາກການເປີດປະຕູສູ່ພາຍນອກແບບການເຄື່ອນຍ້າຍຂອງສິນຄ້າ ແລະ ປັດໄຈ ກ້າວໄປສູ່ການເປີດປະຕູສູ່ພາຍນອກແບບລະບຽບການ ເຊັ່ນ: ກົດລະບຽບ, ລະບຽບການ, ການບໍລິຫານ, ມາດຕະຖານ ແລະອື່ນໆຢ່າງໝັ້ນທ່ຽງ.

ການເປີດປະຕູສູ່ພາຍນອກບໍ່ພຽງແຕ່ຕ້ອງ “ຊວນເຂົ້າມາ” ເທົ່ານັ້ນ, ຍັງຕ້ອງ “ໄປສູ່ພາຍນອກ” ອີກດ້ວຍ. ປັດຈຸບັນ, “ຜະລິດຕະພັນໃໝ່ 3 ຢ່າງ” ຂອງຈີນຄື: ລົດພະລັງງານໃໝ່, ໝໍ້ໄຟລີທຽມ ແລະ ຜະລິດຕະພັນທີ່ນຳໃຊ້ພະລັງງານແສງຕາເວັນ ກຳລັງໄດ້ຮັບຄວາມນິຍົມຊົມຊອບຢູ່ຕ່າງປະເທດ ເຊິ່ງເປັນການເພີ່ມການສະໜອງທີ່ມີຄຸນນະພາບດີໃຫ້ແກ່ໂລກ ພ້ອມທັງຊຸກຍູ້ການຫັນປ່ຽນຮູບການພັດທະນາ ແລະ ການຍົກລະດັບຂອງເສດຖະກິດທ້ອງຖິ່ນ.

ສາມາດຄາດຄະເນໄດ້ວ່າ: ຈີນຈະເດັດດ່ຽວຊຸກຍູ້ການສ້າງຄວາມທັນສະໄໝແບບຈີນດ້ວຍການເປີດປະຕູສູ່ພາຍນອກໃນລະດັບສູງ ພ້ອມທັງສ້າງຜົນປະໂຫຍດດ້ານການເປີດປະຕູສູ່ພາຍນອກແກ່ໂລກໃຫ້ນັບມື້ນັບຫຼາຍກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn