ພາສາລາວ

ຈີນເລີ່ມປະຕິບັດໜ້າທີ່ປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້ຢ່າງຮອບດ້ານແລ້ວ

cri2024-07-23 11:07:36
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນເມື່ອວັນທີ22ກໍລະກົດນີ້, ທ່ານນາງ ເໝົາໜິງ ໂຄສົກກະຊວງການຕ່າງປະເທດຈີນໄດ້ແຈ້ງໃຫ້ຊາບສະພາບກ່ຽວກັບຈີນຂຶ້ນຮັບຕຳແໜ່ງປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້.

ທ່ານນາງ ເໝົາໜິງໃຫ້ຮູ້ວ່າ: ຫຼັງຈາກກອງປະຊຸມສຸດຍອດອັສທານາສຳເລັດລົງເມື່ອເດືອນກໍລະກົດນີ້ແລ້ວ, ຈີນໄດ້ຮັບໜ້າທີ່ເປັນປະເທດປະທານໝູນວຽນອົງການຮ່ວມມືຊຽງໄຮ້ລະຫວ່າງປີ2024- 2025ຢ່າງເປັນທາງການ ພ້ອມທັງຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດປີ2025ຕາມລະບຽບ. ຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ເລື່ອງນີ້, ໂດຍໄດ້ເລີ່ມປະຕິບັດໜ້າທີ່ປະເທດປະທານຢ່າງຮອບດ້ານແລ້ວ, ໃນໄລຍະໜຶ່ງປີຕໍ່ໜ້າ, ຈີນຈະຮ່ວມກັບປະເທດສະມາຊິກອົງການຮ່ວມມືຊຽງໄຮ້ເພີ່ມທະວີການຮ່ວມມືຕື່ມອີກໃນຂົງເຂດການເມືອງ, ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳເປັນຕົ້ນ, ເສີມຂະຫຍາຍບົດບາດສຳຄັນຂອງອົງການຮ່ວມມືຊຽງໄຮ້ໃນຖານະເປັນສິ່ງກຳບັງດ້ານຄວາມໝັ້ນຄົງ, ເປັນຂົວຕໍ່ແຫ່ງການຮ່ວມມື, ເປັນສາຍຜູກພັນມິດຕະພາບ ແລະເປັນກຳລັງທີ່ມີລັກສະນະສ້າງສັນຢູ່ພາກພື້ນແຫ່ງນີ້ຢ່າງເຕັມສ່ວນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn