ພາສາລາວ

CPI ຂອງຈີນໃນເດືອນມິຖຸນາຜ່ານມາໄດ້ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

CRI2024-07-11 11:29:49
Share
Share this with Close
Messenger Pinterest LinkedIn

ວັນທີ 10 ກໍລະກົດນີ້, ກົມສະຖິຕິແຫ່ງຊາດຈີນໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ໃນເດືອນມິຖຸນາຜ່ານມານີ້, ດັດສະນີລາຄາຜູ້ບໍລິໂພກ(CPI)ທົ່ວປະເທດຈີນໄດ້ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ຫຼຸດລົງ 0,2% ເມື່ອທຽບໃສ່ເດືອນພຶດສະພາປີນີ້. ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີນີ້, ສະເລ່ຍແລ້ວ, CPI ໄດ້ເພີ່ມຂຶ້ນ 0,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ທ່ານນາງຕົງລີ້ຈ່ວນ ຫົວໜ້ານັກສະຖິຕິພະແນກຕົວເມືອງກົມສະຖິຕິແຫ່ງຊາດຈີນກ່າວວ່າ: ໃນເດືອນມິຖຸນາຜ່ານມານີ້, ຕະຫຼາດບໍລິໂພກມີການຕອບສະໜອງຢ່າງພຽງພໍໂດຍລວມ, CPI ທົ່ວປະເທດຈີນໄດ້ຫຼຸດລົງຕາມລະດູການເມື່ອທຽບໃສ່ເດືອນພຶດສະພາ, ແຕ່ໄດ້ສືບຕໍ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. CPI ແກນກາງທີ່ໄດ້ຕັດລາຄາອາຫານແລະພະລັງງານແລ້ວໄດ້ເພີ່ມຂຶ້ນ 0,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈັງຫວະການເຕີບໂຕຄືກັນກັບເດືອນພຶດສະພາ, ສືບຕໍ່ຮັກສາການເພີ່ມຂຶ້ນແບບຄ່ອຍເປັນຄ່ອຍໄປ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ກຸ່ມແມ່ເຖົ້າຜູ້ໃຈບຸນ

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ແຜນທີ່ 200 ປີ PK ປື້ມບັນທຶກການປ່ຽນແປງຂອງເສັ້ນທາງການເດີນເຮືອ 600 ປີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn