ພາສາລາວ

ທ່ານ ສີຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງລັດຖະມົນຕີການຕ່າງປະເທດອາເມຣິກາ

CRI2024-04-27 14:20:13
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 26 ເມສານີ້ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ອັນໂທນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ.

ໃນໂອກາດນີ້, ທ່ານ ສີຈິ້ນຜິງ ກ່າວວ່າ: ມວນມະນຸດມີຊາຕາກໍາຮ່ວມທຸກຮ່ວມສຸກນຳກັນ, ສະນັ້ນຝ່າຍຕ່າງໆຄວນເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນໃນຂອບເຂດກວ້າງຂວາງທີ່ສຸດເພື່ອບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຂ້າພະເຈົ້າມີທັດສະນະຢ່າງສະເໝີຕົ້ນສະເໝີປາຍວ່າ: ປະເທດໃຫຍ່ຕ້ອງຫ່ວງໃຍເຖິງຊາຕາກຳທົ່ວໂລກ ແລະ ມີຄວາມຮັບຜິດຊອບຂອງປະເທດໃຫຍ່. ຈີນ-ອາເມຣິກາຄວນເປັນຕົວແບບໃນດ້ານນີ້ ເພື່ອແບກຫາບຄວາມຮັບຜິດຊອບຕໍ່ສັນຕິພາບຂອງໂລກ ແລະ ສ້າງໂອກາດດ້ານການພັດທະນາໃຫ້ແກ່ປະເທດຕ່າງໆ.

ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ຈີນຍິນດີໃຫ້ການຮ່ວມມື, ແຕ່ຄວນເປັນການຮ່ວມມືເຊິ່ງກັນແລະກັນ. ພວກຂ້າພະເຈົ້າບໍ່ຢ້ານກົວຕໍ່ການແຂ່ງຂັນ, ແຕ່ການແຂ່ງຂັນຄວນເພື່ອຄວາມກ້າວໜ້າພ້ອມກັນ. ສອງຝ່າຍລ້ວນແຕ່ສາມາດມີເພື່ອນມິດ ແລະ ຄູ່ຮ່ວມມືຂອງຕົນໄດ້, ແຕ່ຫາກຢ່າທໍາລາຍຜົນປະໂຫຍດຂອງຝ່າຍກົງກັນຂ້າມ. ຈີນຍິນດີເຫັນອາເມຣິກາທີ່ເປີດປະຕູ, ມີຄວາມໝັ້ນໃຈຕໍ່ຕົນເອງ ແລະ ມີຄວາມຈະເລີນຮຸ່ງເຮືອງ, ຫວັງວ່າອາເມຣິກາກໍສາມາດມີທັດສະນະຢ່າງຕັ້ງໜ້າ ແລະ ເບິ່ງບັນຫາໃນແງ່ດີຕໍ່ການພັດທະນາຂອງຈີນ.

ທ່ານ ບລິນເຄນ ກ່າວວ່າ: ໂລກໃນປັດຈຸບັນໄດ້ຜະເຊີນໜ້າກັບສິ່ງທ້າຍທາຍທີ່ສັບສົນຢ່າງຫຼວງຫຼາຍ ເຊິ່ງສິ່ງທ້າຍທາຍເຫຼົ່ານີ້ລ້ວນແຕ່ຕ້ອງການອາເມຣິກາ-ຈີນຮ່ວມກັນຮັບມືແກ້ໄຂ. ອາເມຣິກາບໍ່ສະແຫວງຫາການຫັນປ່ຽນລະບອບຂອງຈີນ, ບໍ່ສະແຫວງຫາການສະກັດກັ້ນການພັດທະນາຂອງຈີນ ພ້ອມທັງບໍ່ສະແຫວງຫາການຕໍ່ຕ້ານຈີນດ້ວຍສະຫະພັນ ແລະ ບໍ່ມີເຈດຈໍານົງເກີດການປະທະກັນກັບຈີນ. ອາເມຣິກາຍຶດໝັ້ນນະໂຍບາຍປະເທດຈີນດຽວ, ຫວັງວ່າຈະຮັກສາການພົວພັນແລກປ່ຽນກັບຈີນ ເພື່ອຊຸກຍູ້ການພົວພັນລະຫວ່າງອາເມຣິກາ-ຈີນໃຫ້ໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn