ພາສາລາວ

ທ່ານ ຫຼີສຽງ ກ່າວເນັ້ນໜັກວ່າ: ຕ້ອງປັບປຸງແລະເປີດກວ້າງຜົນງານທີ່ໄດ້ຮັບຈາກການບຸກເບີກສູ້ຊົນລຶບລ້າງຄວາມທຸກຍາກໃຫ້ດີຂຶ້ນຢ່າງມີປະສິດທິຜົນ

cri2024-04-25 16:27:57
Share
Share this with Close
Messenger Pinterest LinkedIn

ວັນທີ 24 ເມສານີ້, ທ່ານ ຫຼີສຽງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ນາຍົກລັດຖະມົນຕີຈີນໄດ້ລົງຢ້ຽມຢາມແລະເຮັດວຽກຢູ່ແຂວງກຸ້ຍໂຈ່ວໂດຍທ່ານກ່າວເນັ້ນໜັກວ່າ: ຕ້ອງລົງເລິກຈັດຕັ້ງປະຕິບັດຕາມຈິດໃຈຊີ້ນຳອັນສຳຄັນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່ຽວກັບການປັບປຸງແລະເປີດກວ້າງຜົນງານທີ່ໄດ້ຮັບຈາກການບຸກເບີກສູ້ຊົນລຶບລ້າງຄວາມທຸກຍາກໃຫ້ດີຂຶ້ນ, ເດັດດ່ຽວກຳແໜ້ນການຈັດຕັ້ງປະຕິບັດນະໂຍບາຍແລະມາດຕະການດ້ານວຽກງານຕ່າງໆໃຫ້ດີຂຶ້ນຢ່າງບໍ່ລົດລະ,ເປີດກວ້າງຊ່ອງທາງເພີ່ມລາຍຮັບຂອງຊາວກະສິກອນ,ເພີ່ມພະລັງແຮງເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ, ປັບປຸງ ຜົນງານທີ່ໄດ້ຮັບຈາກການບຸກເບີກສູ້ຊົນລຶບລ້າງຄວາມທຸກຍາກໃຫ້ດີຂຶ້ນຢ່າງໜັກແໜ້ນແລະມີປະສິດທິຜົນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກດີຂຶ້ນທຸກປີ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn