ພາສາລາວ

ລັດຖະມົນຕີການຕ່າງປະເທດຈີນພົບປະເຈລະຈາກັບລັດຖະມົນຕີການຕ່າງປະເທດຮົງກາຣີ

cri2024-04-25 11:27:50
Share
Share this with Close
Messenger Pinterest LinkedIn

ວັນທີ 24 ເມສານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບ ທ່ານຊິດຈາໂຕ ປີເຕີ ລັດຖະມົນຕີກະຊວງການຕ່າງປະເທດຮົງກາຣີ ຢູ່ນະຄອນຫຼວງປັກກິ່ງ.

ທ່ານຫວາງຢີ້ກ່າວວ່າ, ປີນີ້ແມ່ນປີທີ່ຈີນກັບຮົງກາຣີສ້າງສາຍພົວພັນທາງການທູດຄົບຮອບ 75 ປີ, ການພົວພັນຂອງສອງປະເທດໄດ້ພົບພໍ້ກັບໂອກາດອັນສຳຄັນໃໝ່, ຝ່າຍຈີນຍ້ອງຍໍຊົມເຊີຍຮົງກາຣີທີ່ກຳຈັດສຽງລົບກວນແລະແຮງກົດດັນ ລົງເລິກດຳເນີນການຮ່ວມມືກັບຈີນຢ່າງເດັດດ່ຽວ. 6 ເດືອນທ້າຍປີນີ້, ຮົງກາຣີຈະເປັນປະເທດປະທານໝູນວຽນສະຫະພາບເອີຣົບ, ຫວັງວ່າ, ຮົງກາຣີຈະຊຸກຍູ້ໃຫ້ສະຫະພາບເອີຣົບປະຕິບັດຕໍ່ການພັດທະນາຂອງຈີນຢ່າງສົມເຫດສົມຜົນແລະມີໄມຕີຈິດ, ປະຕິບັດນະໂຍບາຍຕໍ່ຈີນທີ່ຕັ້ງໜ້າກວ່າເກົ່າແລະຕິດແທດຕົວຈິງກວ່າເກົ່າ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນກັບເອີຣົບພັດທະນາໄປຢ່າງຕໍ່ເນື່ອງ, ໝັ້ນທ່ຽງແລະປອດໃສ.

ທ່ານຊິດຈາໂຕ ກ່າວວ່າ: ຮົງກາຣີຄັດຄ້ານ ການ“ຕັດສາຍພົວພັນກັບຈີນ”, ຍິນດີລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຕ່າງໆລະຫວ່າງຮົງກາຣີກັບຈີນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ໃຫ້ການພົວພັນເອີຣົບ-ຈີນພັດທະນາໄປຢ່າງໝັ້ນທ່ຽງແລະປອດໃສ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn