ພາສາລາວ

ສູນດຳເນີນງານ ແລະ ບໍລິຫານຕົວເມືອງດີຈີຕອນເຮັດໃຫ້ການບໍລິຫານຕົວເມືອງກາຍເປັນແບບອັດສະລິຍະ

cri2024-04-24 14:44:23
Share
Share this with Close
Messenger Pinterest LinkedIn

ວັນທີ 23 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ໄປຢ້ຽມຢາມ ແລະ ເຮັດວຽກກຳແພງນະຄອນຈຸ່ງກິ່ງ. ທ່ານສີຈິ້ນຜິງ ໄດ້ເດີນທາງໄປຮອດສູນດຳເນີນງານ ແລະ ບໍລິຫານຕົວເມືອງດີຈີຕອນ, ເພື່ອເກັບກຳສະພາບການກ່ຽວກັບການຍົກສູນລະດັບບໍລິຫານຕົວເມືອງແບບທັນສະໄໝ ແລະ ອື່ນໆ.

ສູນດຳເນີນງານ ແລະ ບໍລິຫານຕົວເມືອງດີຈີຕອນແມ່ນພຶດຕິກຳດ້ານການປະດິດສ້າງໃໝ່ຂອງກຳແພງນະຄອນຈຸ່ງກິ່ງກ່ຽວກັບການຈັດຕັ້ງປະຕິບັດແຜນຍຸດທະສາດຈີນດີຈີຕອນ, ເສີມຂະຫຍາຍທ່າແຮງດ້ານການບໍລິຫານກຳແພງນະຄອນ, ຕັ້ງໜ້າຄົ້ນຄວ້າວິທີການບໍລິຫານອະພິມະຫານນະຄອນແບບທັນສະໄໝທີ່ມີປະຊາກອນຫຼາຍກວ່າ 10 ລ້ານຄົນດ້ວຍເຕັກນິກດີຈີຕອນ.

ຖານະຂອງສູນດັ່ງກ່າວແມ່ນ “ສະໝອງຕົວເມືອງ”, ໄດ້ສ້າງຕັ້ງລະບົບໃຈກາງຕ່າງໆທີ່ປົກຄຸມທົ່ວເຖິງຕົວເມືອງເຊັ່ນ: ລະບົບຕິດຕາມ ແລະ ເຕືອນໄພລ່ວງໜ້າ, ລະບົບບັນຊາການ ແລະ ຈັດວາງ, ລະບົບສະໜັບສະໜູນການຕັດສິນນະໂຍບາຍ, ແລະລະບົບປະສານງານດ້ານການແກ້ໄຂອຸບັດເຫດ, ຊຸກຍູ້ໃຫ້ການດຳເນີນງານ ແລະ ບໍລິຫານຕົວເມືອງສາມາດປົກຄຸມທົ່ວເຖິງຕົວເມືອງ, ສາມາດເກັບກຳສະພາບການ ແລະ ຮັບມືໄດ້ໃນທຸກເວລາ, ເຮັດໃຫ້ຕົວເມືອງອັດສະລິຍະກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn