ພາສາລາວ

ທ່ານສີຈິ້ນຜິງລົງຢ້ຽມຢາມເຂດຊຸມຊົນບ້ານມິນຈູຖະໜົນເຊ້ຍເຈ່ຍວ່ານເມືອງຈິວໂຫງໂພ່ກຳແພງນະຄອນຈຸ່ງກິ່ງ

cri2024-04-24 11:05:14
Share
Share this with Close
Messenger Pinterest LinkedIn

ວັນທີ22ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ລົງເຄື່ອນໄຫວຢ້ຽມຢາມເຂດຊຸມຊົນບ້ານມີນຈູຖະໜົນເຊ້ຍເຈ່ຍວ່ານເມືອງຈິວໂຫງໂພ່ກຳແພງນະຄອນຈຸ່ງກິ່ງເພື່ອເກັບກຳສະພາບການຕ່າງໆຂອງທ້ອງຖິ່ນແຫ່ງນີ້ເຊັ່ນ: ການປັບປຸງໃໝ່ຂອງຕົວເມືອງ,ການຮັບປະກັນແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນແລະອື່ນໆ.

ເຂດຊຸມຊົນບ້ານມິນຈູສ້າງຕັ້ງຂຶ້ນລະຫວ່າງຊຸມປີ1950-1990, ເປັນເຂດຄຸ້ມຫໍພັກຂອງກຳມະກອນໂຮງງານຜະລິດເຄື່ອງຈັກຈ້ຽນເຊີ້ແຫ່ງລັດໃນເມື່ອກ່ອນ, ມີສິ່ງກໍ່ສ້າງທັງໝົດ55ຫຼັງໄດ້ຮັກສາໄວ້ຈົນມາເຖິງປັດຈຸບັນ. ຕົ້ນປີ2022, ເຂດຊຸມຊົນບ້ານມິນຈູໄດ້ເລີ່ມດຳເນີນໂຄງການປັບປຸງໃໝ່ ໂດຍປັບປຸງສິ່ງກໍ່ສ້າງກວມເນື້ອທີ່110.000 ຕາແມັດ, ມ້າງທຳລາຍເຮືອນເປ່ເພຊຸດໂຊມທີ່ມີເນື້ອທີ່43.000ຕາແມັດ, ປັບປຸງຍົກລະດັບສະພາບແວດລ້ອມທີ່ກ່ຽວຂ້ອງໃນເນື້ອທີ່90.000ຕາແມັດ.

ເຂດຊຸມຊົນບ້ານມິນຈູມີພົນລະເມືອງດຳລົງຊີວິດເປັນປະຈຳ8.054ຄົນ. ໂດຍສຸມໃສ່ຄວາມຮຽກຮ້ອງຕ້ອງການຂອງກຸ່ມຄົນຈຸດສຸມເຊັ່ນ: ຜູ້ເຖົ້າແລະເດັກນ້ອຍເປັນຕົ້ນ, ເຂດຊຸມຊົນດັ່ງກ່າວໄດ້ດຳເນີນການຄຸ້ມຄອງແບບຮັດກຸມໂດຍແບ່ງເປັນຈຸດຕ່າງໆ, ໃຫ້ການບໍລິການຢ່າງລະອຽດແກ່ພົນລະເມືອງ, ອີງໃສ່ລະບົບເວທີຂໍ້ມູນຂ່າວສານກວມລວມສຳລັບລາຍງານວຽກງານແບບອັດສະລີຍະທີ່ຊື່ວ່າ “ແບບຟອມດຽວ” ໂດຍສາມາດຫຼຸດຜ່ອນພາລະຂອງຂັ້ນຮາກຖານໄດ້ຢ່າງຮອບດ້ານ, ສ້າງໃຫ້ມີບັນຍາກາດທີ່ດີໃນການຄຸ້ມຄອງເຂດຊົມຊົນແບບ “ແກ້ໄຂບັນຫານ້ອຍໃຫ້ເປັນໜ້າທີ່ຂອງເຂດຊຸມຊົນ, ແກ້ໄຂບັນຫາໃຫຍ່ໃຫ້ເປັນໜ້າທີ່ຂອງເຂດຄຸ້ມຖະໜົນ, ສຳລັບບັນຫາຫຍຸ້ງຍາກຈະບໍ່ໃຫ້ເດືອດຮ້ອນຫາຂັ້ນເທິງ.”

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ທ່ຽວກຳແພງເມືອງຈີນໃນລະດູບານໃໝ່ ຊົມທິວທັດທີ່ສວຍງາມ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn