ພາສາລາວ

ເຂດນິຄົມສູນກາງຈໍລະຈອນສິນຄ້າສາກົນຈຸ່ງກິ່ງສ້າງເປັນຈຸດສູງແຫ່ງການເປີດປະຕູສູ່ພາຍນອກ

CRI2024-04-24 10:47:28
Share
Share this with Close
Messenger Pinterest LinkedIn

ວັນທີ 22 ເມສານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນໄດ້ຢ້ຽມຢາມເຂດນິຄົມສູນກາງຈໍລະຈອນສິນຄ້າສາກົນຈຸ່ງກິ່ງ ເພື່ອຮັບຮູ້ສະພາບການເລັ່ງລັດສ້າງຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນຢູ່ທ້ອງຖິ່ນດັ່ງກ່າວ.

ເຂດນິຄົມສູນກາງຈໍລະຈອນສິນຄ້າສາກົນຈຸ່ງກິ່ງຕັ້ງຢູ່ເມືອງຊາຜິງປ້າກໍາແພງນະຄອນຈຸ່ງກິ່ງ ຈີນ, ເປັນສະຖານີຕົ້ນທາງຂອງຂະບວນລົດໄຟຈີນ-ເອີຣົບ ກໍຄືຂະບວນລົດໄຟຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນ ໂດຍມີເນື້ອທີ່ກໍ່ສ້າງຕາມການວາງແຜນເຖິງ 35,5 ກິໂລຕາແມັດ ແລະ ສາມາດສ້າງສໍາເລັດແລ້ວ 22 ກິໂລຕາແມັດ. ເຂດນິຄົມດັ່ງກ່າວໄດ້ສ້າງເປັນລະບົບການຈໍລະຈອນສິນຄ້າແບບທັນສະໄໝ “ຊ່ອງທາງ+ສູນກາງ+ເຄືອຂ່າຍ”, ໂດຍມີເສັ້ນທາງລົດໄຟສາກົນ 62 ສາຍສໍາລັບຂະບວນລົດໄຟຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກຂອງຈີນ, ຂະບວນລົດໄຟຈີນ-ເອີຣົບ, ຂະບວນລົດໄຟຈຸ່ງກິ່ງ-ມານໂຈ່ວລີ(ນະຄອນທີ່ຂຶ້ນກັບເຂດປົກຄອງຕົນເອງມົງໂກໃນຈີນ)-ຣັດເຊຍ ແລະ ຂະບວນລົດໄຟຈຸ່ງກິ່ງ-ໜິງໂປ່(ນະຄອນທີ່ຂຶ້ນກັບແຂວງເຈີ້ຈ່ຽງຈີນ), ສາມາດໄປຮອດໄປເຖິງທ່າກໍາປັ່ນ 500 ກວ່າແຫ່ງໃນ 100 ກວ່າປະເທດ, ຕົວຊີ້ວັດດ້ານການບໍລິການລົດໄຟແບບສັງລວມຂອງຂະບວນລົດໄຟຈີນ-ເອີຣົບ(ເສີງຕູ່-ຈຸ່ງກິ່ງ) ໄດ້ຮັກສາເປັນອັນດັບທີ 1 ໃນທົ່ວປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn