ພາສາລາວ

ວິທີການອ່ານຂອງທ່ານສີຈິ້ນຜິງ

cri2024-04-23 11:41:38
Share
Share this with Close
Messenger Pinterest LinkedIn

ວັນທີ23ເມສາເປັນວັນອ່ານໜັງສືໂລກ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເລົ່າເຖິງສາຍໃຍຜູກພັນອັນເລິກເຊິ່ງລະຫວ່າງເພິ່ນກັບປຶ້ມອ່ານໃນຫຼາຍກາລະໂອກາດວ່າ: “ຂ້າພະເຈົ້າມີຄວາມມັກຫຼາຍຢ່າງ, ແຕ່ມັກທີ່ສຸດແມ່ນການອ່ານໜັງສື, ການອ່ານໜັງສືໄດ້ກາຍເປັນວິຖີຊີວິດໜຶ່ງຂອງຂ້າພະເຈົ້າແລ້ວ.”

ທ່ານສີຈິ້ນຜິງເຄີຍກ່າວວ່າ: “ການອ່ານໜັງສືສາມາດເຮັດໃຫ້ຄົນເຮົາມີພະລັງຊີວິດດ້ານແນວຄິດ, ສ້າງແຮງບັນດານໃຈດ້ານສະຕິປັນຍາ, ບຳລຸງສ້າງໃຫ້ມີຈິດໃຈຊື່ສັດເປັນທຳ.” ການອ່ານໜັງສືແມ່ນມີບົດບາດສຳຄັນຕໍ່ການເຕີບໃຫຍ່ຂອງຄົນຄົນໜຶ່ງກໍຄືຄວາມກ້າວໜ້າຂອງສັງຄົມ.

ແຕ່ວ່າ ການອ່ານໜັງສືບໍ່ຄວນອ່ານແບບຫຼັບຫູຫຼັບຕາ, ຄວນເລືອກອ່ານໜັງສືທີ່ເໝາະສົມແລະມີປະໂຫຍດ. ທ່ານສີຈິ້ນຜິງກ່າວວ່າ: “ດ້ານໜຶ່ງ, ການອ່ານໜັງສືບໍ່ຄວນເອົາແຕ່ກິ້ງເກືອກລີເລືອຢູ່ນໍາກອງໜັງສືເທົ່ານັ້ນ, ຕ້ອງຄົ້ນຄິດຕຶກຕອງພິນິດພິຈາລະນາໄປນໍາ, ຢ່າໃຫ້ຂໍ້ມູນຂ່າວສານທີ່ເປັນໄພອັນຕະລາຍມາທັບຖົມສະໝອງຂອງພວກເຮົາ. ອີກດ້ານໜຶ່ງ, ບໍ່ຄວນເບິ່ງການອ່ານໜັງສືເປັນສິ່ງງ່າຍດາຍເກີນໄປ, ໂດຍບໍ່ຮັບຮູ້ເຂົ້າໃຈເນື້ອໃນລະອຽດ, ກຳບໍ່ໄດ້ເຖິງທາດແທ້ ແລະກຳບໍ່ໄດ້ເຖິງສິ່ງສຳຄັນຍອດຍິ່ງ.”

ທ່ານສີຈິ້ນຜິງເຫັນວ່າ: “ໃນຍຸກປັດຈຸບັນ, ຄວາມຮູ້ໃໝ່, ສະພາບໃໝ່ ແລະສິ່ງໃໝ່ໆຕ່າງໆໄດ້ເກີດຂຶ້ນຢູ່ເລື້ອຍໆ. ຄົນຄົນໜຶ່ງຕ້ອງຮຽນຮູ້ຢູ່ຕະຫຼອດຊີວິດຈຶ່ງຈະສາມາດທ່ວງທັນບາດກ້າວໄປຂ້າງໜ້າຂອງຍຸກສະໄໝໄດ້.”

ພວກເຮົາມີພຽງແຕ່ຜ່ານຈາກການອ່ານໜັງສືພະຍາຍາມຍົກສູງລະດັບຄວາມຮູ້ດ້ານຕ່າງໆ, ມີສະຕິຕື່ນຕົວໃນການຮຽນຄວາມຮູ້ດ້ານວິທະຍາສາດແລະວັດທະນະທຳຕ່າງໆ, ເລັ່ງຮຽນຄວາມຮູ້ໃໝ່ຢູ່ເລື້ອຍໆ, ເປີດກວ້າງສາຍຕາແລະມູມມອງເທົ່ານັ້ນ, ຈຶ່ງຈະສາມາດເສີມສ້າງຄວາມສາມາດໃຫ້ເຂັ້ມແຂງ, ຈຶ່ງຈະຍາດໄດ້ທ່າບຸກ, ຍາດໄດ້ທ່າແຮງ ແລະຍາດໄດ້ອະນາຄົດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ທ່ຽວກຳແພງເມືອງຈີນໃນລະດູບານໃໝ່ ຊົມທິວທັດທີ່ສວຍງາມ

ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn