ພາສາລາວ

ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີກະຊວງການຕ່າງປະເທດປາປົວນິວກິເນ

CRI2024-04-21 14:38:20
Share
Share this with Close
Messenger Pinterest LinkedIn

ວັນທີ 20 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານຈັສຕິນ ຕາຄັດເຊນໂຄ, ລັດຖະມົນຕີກະຊວງການຕ່າງປະເທດປາປົວນິວກີເນຢູ່ທ່າກຳປັ່ນໂມເຣັສບີເຊິ່ງເປັນນະຄອນຫຼວງຂອງປາປົວນິວກີເນ.

ທ່ານຫວາງຢີ້ກ່າວວ່າ: ຈີນໄດ້ຂະຫຍາຍການພົວພັນສອງຝ່າຍຈາກທັດສະນະໄລຍະຍາວຢ່າງສະເໝີຕົ້ນສະເໝີປາຍ. ຍິນດີຮ່ວມກັບປາປົວນິວກິເນຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງຜູ້ນຳສອງປະເທດຕື່ມອີກ, ສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ມີລະດັບສູງກວ່າເກົ່າແລະມີຄຸນນະພາບສູງກວ່າເກົ່າ. ສອງຝ່າຍຄວນຈັດຕັ້ງປະຕິບັດແລະຊຸກຍູ້ແຜນການຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າການລົງທຶນແລະຂົງເຂດອື່ນໆ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

ທ່ານຈັສຕິນ ຕາຄັດເຊນໂຄກ່າວວ່າ, ປາປົວນິວກີເນຄອງຄອຍເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ໂທລະຄົມແລະຂົງເຂດອື່ນໆ, ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນດ້ານບຸກຄະລາກອນລະຫວ່າງສອງປະເທດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຝົນຮຳແກ່ນພືດ: 1 ໃນ 24 ຈຸດແບ່ງລະດູການ

ການປັກຜົມດ້ວຍດອກໄມ້ເຮັດໃຫ້ບ້ານຫາປາຂອງຈີນກາຍເປັນສວນດອກໄມ້ເຄື່ອນທີ່

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn