ພາສາລາວ

ມີຜູ້ໃຫ້ສຳພາດທົ່ວໂລກເກືອບ 90% ຍ້ອງຍໍການປະກອບສ່ວນຂອງຈີນໃນການພັດທະນາແບບສີຂຽວຂອງໂລກ

CRI2024-04-21 14:40:21
Share
Share this with Close
Messenger Pinterest LinkedIn

ໃນຂະນະທີ່ລົດພະລັງງານໃໝ່, ແບັດເຕີຣີລິສຽມ (lithium)ແລະຜະລິດຕະພັນໄຟຟ້າແສງຕາເວັນຂອງຈີນໄດ້ຮັບຄວາມນິຍົມຫຼາຍໃນຕະຫຼາດທົ່ວໂລກ, ມີການປ່າວຂ່າວກ່ຽວກັບ “ຄວາມສາມາດການຜະລິດຜະລິດຕະພັນພະລັງງານໃໝ່ຂອງຈີນຫຼາຍເກີນໄປ” ນັບມື້ນັບຫຼາຍຂຶ້ນ. ແຕ່ວ່າ, ການສຳຫຼວດປະຊາມະຕິທົ່ວໂລກສະບັບໜຶ່ງຂອງ CGTN ວິທະຍຸໂທລະພາບສູນກາງຈີນຫຼື CMG ທີ່ເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ມີຜູ້ໃຫ້ສຳພາດທົ່ວໂລກ 88,62% ໄດ້ສະແດງຄວາມຍ້ອງຍໍຕໍ່ອຸດສາຫະກຳພະລັງງານໃໝ່ຂອງຈີນທີ່ໄດ້ປະກອບສ່ວນເຂົ້າໃນເສດຖະກິດຂອງໂລກແລະການພັດທະນາແບບສີຂຽວຂອງໂລກ. ມີຜູ້ໃຫ້ສຳພາດທົ່ວໂລກ 84,86% ເຫັນວ່າ: ເຕັກນິກແລະຜະລິດຕະພັນພະລັງງານໃໝ່ຍັງມີຄວາມຕ້ອງການແລະກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງໃນຕະຫຼາດທົ່ວໂລກ, ຖ້ອຍຄວາມທີ່ວ່າ “ຫຼາຍເກີນໄປ” ບໍ່ມີຂໍ້ອ້າງອີງ. ນອກນີ້, ມີຜູ້ໃຫ້ສຳພາດ 86,05% ເຫັນວ່າຄວາມສາມາດການຜະລິດແມ່ນຂຶ້ນຢູ່ກັບການພົວພັນລະຫວ່າງການສະໜອງແລະຄວາມຕ້ອງການ, ການຜະລິດຫຼາຍກວ່າຄວາມຕ້ອງການຢ່າງເໝາະສົມແມ່ນມີຜົນດີຕໍ່ການແຂ່ງຂັນຢ່າງເຕັມທີ່ແລະຄວາມຢູ່ລອດຂອງຜູ້ທີ່ເໝາະສົມທີ່ສຸດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຝົນຮຳແກ່ນພືດ: 1 ໃນ 24 ຈຸດແບ່ງລະດູການ

ການປັກຜົມດ້ວຍດອກໄມ້ເຮັດໃຫ້ບ້ານຫາປາຂອງຈີນກາຍເປັນສວນດອກໄມ້ເຄື່ອນທີ່

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn