ພາສາລາວ

ປີນີ້ ຈີນມີແຜນການຈະປູກພືດພັນທັນຍາຫານໃນເນື້ອທີ່ຫຼາຍກວ່າ 118 ລ້ານເຮັກຕາ

cri2024-04-20 12:44:29
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ19ເມສານີ້, ຫ້ອງການຖະແຫຼງຂ່າວລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໃນໂອກາດດັ່ງກ່າວ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງກະສິກຳແລະຊົນນະບົດຈີນແຈ້ງໃຫ້ຮູ້ວ່າ: ປີນີ້ ລັດຖະບານຈະສືບຕໍ່ເພີ່ມທະວີການສະໜັບ ສະໜູນຕໍ່ການຜະລິດພືດພັນທັນຍາຫານ, ເນື້ອທີ່ປູກພືດພັນທັນຍາຫານຕາມແຜນການໄດ້ເພີ່ມຂຶ້ນຫຼາຍກວ່າປີກາຍນີ້.

ອີງຕາມຜົນການເກັບກຳຂໍ້ມູນດ້ານການຜະລິດກະສິກຳຂອງກະຊວງກະສິກຳແລະຊົນນະບົດຈີນສະແດງໃຫ້ເຫັນວ່າ: ປັດຈຸບັນ, ທົ່ວປະເທດຈີນໄດ້ປູກພືດພັນທັນຍາຫານໃນລະດູໃບໄມ້ປົ່ງສຳເລັດແລ້ວປະມານ 12.600.000 ເຮັກຕາ, ກວມ 19,8% ຂອງແຜນການທີ່ວາງໄວ້. ຄວາມຄືບໜ້າດ້ານການປູກຝັງໄດ້ເພີ່ມຂຶ້ນ0,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປີນີ້, ທົ່ວປະເທດຈີນມີແຜນການຈະປູກພືດພັນທັນຍາຫານໃນເນື້ອທີ່ຫຼາຍກວ່າ 118 ລ້ານເຮັກຕາ ເຊິ່ງໄດ້ເພີ່ມຂຶ້ນຫຼາຍກວ່າປີກາຍນີ້.

ປີນີ້ ລັດຖະບານຈະສືບຕໍ່ເພີ່ມທະວີການສະໜັບສະໜູນຕໍ່ການຜະລິດພືດພັນທັນຍາຫານ, ເພື່ອຮັກສາຄວາມໝັ້ນທ່ຽງດ້ານລາຍຮັບຈາກການປູກພືດພັນທັນຍາຫານຂອງຊາວກະສິກອນຕາມຄາດໝາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຝົນຮຳແກ່ນພືດ: 1 ໃນ 24 ຈຸດແບ່ງລະດູການ

ການປັກຜົມດ້ວຍດອກໄມ້ເຮັດໃຫ້ບ້ານຫາປາຂອງຈີນກາຍເປັນສວນດອກໄມ້ເຄື່ອນທີ່

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn