ພາສາລາວ

ຈັດພິທີສ້າງຕັ້ງກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານຂອງກອງທັບປົດປ່ອຍປະຊາຊົນຈີນຢູ່ນະຄອນຫຼວງປັກກິ່ງ

cri2024-04-20 12:18:02
Share
Share this with Close
Messenger Pinterest LinkedIn

ພິທີສ້າງຕັ້ງກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານຂອງກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 19 ເມສານີ້ຢູ່ຫໍປ່າຢີ່ ທີ່ນະຄອນຫຼວງປັກກິ່ງ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ມອບທຸງໄຊໃຫ້ກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານພ້ອມທັງກ່າວຄຳຊີ້ນຳ ໂດຍໄດ້ຕາງໜ້າໃຫ້ສູນກາງພັກແລະຄະນະກຳມະການການທະຫານສູນກາງສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ນາຍແລະພົນທະຫານທຸກຖ້ວນໜ້າຂອງກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານ.

ຫຼັງຈາກພິທີມອບທຸງໄຊ, ທ່ານສີຈິ້ນຜິງໄດ້ກ່າວຄຳຊີ້ນຳໂດຍຊີ້ໃຫ້ເຫັນວ່າ: ການປັບປຸງແລະສ້າງຕັ້ງກອງທັບສະໜັບສະໜູນດ້ານຂໍ້ມູນຂ່າວສານເປັນນະໂຍບາຍສຳຄັນທີ່ສູນກາງພັກແລະຄະນະກຳມະການການທະຫານສູນກາງວາງອອກໂດຍເລີ່ມຈາກສະພາບລວມຂອງພາລະກິດສ້າງກອງທັບໃຫ້ເຂັ້ມແຂງ, ເປັນມາດຕະການຍຸດທະສາດເພື່ອສ້າງໂຄງປະກອບເຫຼົ່າທັບແບບໃໝ່ ແລະປັບປຸງລະບົບກຳລັງທະຫານທັນສະໄໝທີ່ມີສີສັນພິເສດຂອງຈີນ ເຊິ່ງມີຄວາມໝາຍສຳຄັນອັນເລິກເຊິ່ງໃນໄລຍະຍາວຕໍ່ການເລັ່ງຂະບວນການສ້າງຄວາມທັນສະໄໝດ້ານການປ້ອງກັນປະເທດແລະກອງທັບ, ປະຕິບັດພາລະກິດຂອງກອງທັບປະຊາຊົນໃນຍຸກໃໝ່ຢ່າງມີປະສິດທິຜົນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຝົນຮຳແກ່ນພືດ: 1 ໃນ 24 ຈຸດແບ່ງລະດູການ

ການປັກຜົມດ້ວຍດອກໄມ້ເຮັດໃຫ້ບ້ານຫາປາຂອງຈີນກາຍເປັນສວນດອກໄມ້ເຄື່ອນທີ່

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ຕະຫຼາດດອກໄມ້ສົດທີ່ໃຫຍ່ສຸດຂອງຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn